spot_img
Homeຂ່າວຕ່າງປະເທດບາກບາດິດ ປະກາດອິດສະຫຼະຈາກການປົກຄອງຂອງອັງກິດ ແລະ ຕັ້ງປະທານາທິບໍດີຄົນໃໝ່

ບາກບາດິດ ປະກາດອິດສະຫຼະຈາກການປົກຄອງຂອງອັງກິດ ແລະ ຕັ້ງປະທານາທິບໍດີຄົນໃໝ່

Published on

ເວັບໄຊ້ຂ່າວຕ່າງປະເທດ ໄດ້ລາຍງານວ່າ: ບາກບາດິດ ປະກາດປ່ຽນແປງສະຖານະພາບເປັນສາທາລະນະລັດ ໃນວັນອັງຄານທີ່ຜ່ານມາ ແລະ ຍຸຕິຄວາມສໍາພັນຍຸກອານານິຄົມກັບລາຊະວົງອັງກິດ ພ້ອມກັບປົດສົມເດັດພະລາຊີນີອາລິດສະເບດທີ 2 ອອກຈາກການເປັນປະມຸກແຫ່ງລັດຂອງຕົນອີກດ້ວຍ.

ທ່ານ ຊານດຣາ ເມສັນ ຜູ້ຊະນະການເລືອກຕັ້ງທົ່ວໄປຂອງບາກບາດິດໃນເດືອນທີ່ຜ່ານມາເຂົ້າພິທີຮັບຕໍາແໜ່ງປະທານາທິບໍດີຄົນທໍາອິດຂອງປະເທດ ໂດຍມີການກ່າວໃນພິທີຮັບຕໍາແໜ່ງວ່າ: “ສາທາລະນະລັດບາກບາດິດ ໄດ້ເລີ່ມຕົ້ນການອອກເດີນເຮືອຄັ້ງທໍາອິດ ໃນຖານະປະເທດທີ່ເປັນອິດສະຫຼະແລ້ວ”

ພິທີດັ່ງກ່າວມີແຂກເຂົ້າຮ່ວມຢ່າງຫຼວງຫຼາຍ ລວມໄປເຖິງເຈົ້າຊາຍຊາ ແຫ່ງລາຊະວົງອັງກິດ ກໍໄດ້ເຂົ້າຮ່ວມພິທີສໍາຄັນນີ້ດ້ວຍ ເຊິ່ງພິທີດັ່ງກ່າວຈັດຂຶ້ນໃນມື້ຄົບຮອບ 55 ປີ ຫຼັງຈາກທີ່ບາກບາດິດ ປະກາດອິດສະຫຼະພາບຈາກອັງກິດ

ໃນການລາຍງານຂ່າວໄດ້ລະບຸວ່າ: ເຈົ້າຊາຍຊາ ໄດ້ສະແດງຄວາມຂອບໃຈຕໍ່ກັບເຈົ້າໜ້າທີ່ລັດຖະບານຂອງບາກບາດິດ ສໍາລັບການເຊີນໃຫ້ເຂົ້າຮ່ວມງານ ແລະ ຍັງມີຄໍາໂອວາດຄື: “ການກໍາເນີດຂອງສາທາລະນະລັດແຫ່ງນີ້ ຄື ການເລີ່ມຕົ້ນໃໝ່”

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...