Homeຂ່າວຕ່າງປະເທດນາຍົກຍິງຄົນທຳອິດຂອງສະວີເດັນກັບມາຮັບຕຳແໜ່ງຄືນໃໝ່ພາຍຫຼັງປະກາດລາອອກ

ນາຍົກຍິງຄົນທຳອິດຂອງສະວີເດັນກັບມາຮັບຕຳແໜ່ງຄືນໃໝ່ພາຍຫຼັງປະກາດລາອອກ

Published on

ແຫຼ່ງຂາ່ວຣອຍເຕີລາຍງານວ່າ:  ທ່ານ ນາງ ມັກດາເລນາ ອັນເດີຊອນ, ນາຍົກລັດຖະມົນຕີຍິງຄົນທຳອິດຂອງສະວີເດັນ ໄດ້ຮັບການແຕ່ງຕັ້ງດຳລົງຕຳແໜ່ງນາຍົກລັດຖະມົນຕີຄືນໃໝ່ອີກຄັ້ງ ພາຍຫຼັງປະກາດລາອອກໃນອາທິດຜ່ານມາ ທ່າມກາງຄວາມກົດດັນຈາກການເລືອກຕັ້ງ ແລະຄວາມວຸ້ນວາຍທາງການເມືອງ.

ໃນຊ່ວງອາທິດຜ່ານມາ, ທ່ານ ນາງ ມັກດາເລນາ ອັນເດີຊອນ ໄດ້ປະກາດລາອອກຈາກຕຳແໜ່ງນາຍົກລັດຖະມົນຕີ ພາຍຫຼັງໄດ້ຮັບການແຕ່ງຕັ້ງຢ່າງເປັນທາງໄດ້ບໍ່ຮອດ 24 ຊົ່ວໂມງ ໂດຍໃຫ້ຄຳເຫັນວ່າ ບໍ່ຕ້ອງການເປັນຜູ້ນຳລັດຖະບານທີ່ມີຂໍ້ຂັດແຍ່ງໃນເລື່ອງຄວາມຊອບທຳຕາມກົດໝາຍ ເຊິ່ງນາຍົກຍິງ ໄວ 54 ປີຄົນດັ່ງກ່າວ, ແມ່ນເປັນຫົວໜ້າພັກສັງຄົມນິຍົມປະຊາທິປະໄຕຂອງສະວີເດັນ ໄດ້ຮັບຄະແນນເລືອກຕັ້ງຈາກການໂຫວດຮັບຮອງໃນສະພາ 174 ສຽງ ຈາກທັງໝົດ 349 ສຽງ ກ່ອນກ້າວຂຶ້ນດຳລົງຕຳແໜ່ງນາຍົກຍິງຄົນທຳອິດຂອງສະວີເດັນເຮັດໃຫ້ຝ່າຍກົງກັນຂ້າມພາກັນຄັດຄ້ານ ນຳໄປສູ່ການປະກາດລາອອກດ້ວຍຄວາມສະໝັກໃຈ.

ຫຼ້າສຸດ ຝ່າຍນິຕິບັນຍັດຂອງສະວີເດັນໄດ້ມີການລົງມະຕິຄັດເລືອກນາຍົກລັດຖະມົນຕີຄືນໃໝ່ເປັນຄັ້ງທີສອງ ໂດຍມີເວລາບໍ່ເຖິງໜຶ່ງອາທິດ ກ່ອນເຫັນດີແຕ່ງຕັ້ງ ທ່ານ ນາງ ມັກດາເລນາ ອັນເດີຊອນ ເປັນນາຍົກລັດຖະມົນຕີສະວີເດັນຄືນໃໝ່ອີກຄັ້ງ.

 

 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...