spot_img
Homeຂ່າວຕ່າງປະເທດຫຼາຍປະເທດໃນອາຊີ ອອກຂໍ້ຈຳກັດການເດີນທາງໃໝ່ເພື່ອເຝົ້າລະວັງ "ໂອມີຄຣອນ"

ຫຼາຍປະເທດໃນອາຊີ ອອກຂໍ້ຈຳກັດການເດີນທາງໃໝ່ເພື່ອເຝົ້າລະວັງ “ໂອມີຄຣອນ”

Published on

ຫຼາຍປະເທດໃນອາຊີປາຊີຟິກ ເຊັ່ນ ຍີ່ປຸ່ນ, ຟີລິບປິນ, ສິງກະໂປ ລວມທັງອົດສະຕາລີ ໄດ້ມີການນຳໃຊ້ ຫຼື ພິຈາລະນາຂໍ້ຈຳກັດການເດີນທາງຄັ້ງໃໝ່ທີ່ເຂັ້ມງວດຂຶ້ນ ພ້ອມຂະຫຍາຍເວລາເປີດປະເທດ ທັງນີ້ເພື່ອເພື່ອເປັນການປ້ອງກັນພະຍາດໂຄວິດສາຍພັນໃໝ່ ຢ່າງ “ໂອມີຄຣອນ”.

ເວັບໄຊ Aljazeera ລາຍງານວ່າ: ຍີ່ປຸ່ນປະກາດຫ້າມນັກທ່ອງທ່ຽວຕ່າງປະເທດເດີນທາງເຂົ້າຍີ່ປຸ່ນໃນອາທິດຜ່ານມາ ທັງທີ່ຫາກໍອອກນະໂຍບາຍຜ່ອນຜັນຂໍ້ຈຳກັດການເດີນທາງສຳລັບຜູ້ຖືວິຊາ ລວມເຖິງນັກເດີນທາງເພື່ອທຸລະກິດໄລຍະສັ້ນ ແລະນັກສຶກສາ ຂະນະທີ່ອົດສະຕາລີ ກໍໄດ້ປະກາດເລື່ອນກຳນົດການອະນຸຍາດໃຫ້ຜູ້ເດີນທາງ ແລະນັກສຶກສາເຂົ້າປະເທດຈົນຮອດວັນທີ 15 ທັນວາ. ສຳລັບຟີລິບປິນກໍໄດ້ອອກຂໍ້ຈຳກັດໃໝ່ ໂດຍສັ່ງຫ້າມບໍ່ໃຫ້ນັກເດີນທາງຈາກ 7 ປະເທດໃນເອີຣົບ ເຂົ້າປະເທດຂອງຕົນໄດ້, ສ່ວນສິງກະໂປ ກໍໄດ້ເລື່ອນການເປີດ “ຊ່ອງທາງການເດີນທາງ” ທີ່ຍົກເວັ້ນການກັກຕົວສຳລັບປະເທດສະຫະລັດອາຫຼັບເອມີເຣດ, ກາຕ້າ, ແລະ ຊາອຸດີ ອາຣາເບຍ.

ການປະກາດດັ່ງກ່າວສືບເນື່ອງມາຈາກການຄົ້ນພົບສາຍພັນໂອມີຄຣອນ ເຊິ່ງເຊື່ອວ່າເປັນພະຍາດໂຄວິດສາຍພັນໃໝ່ທີ່ມີຄວາມໄວໃນການແຜ່ເຊື້ອສູງກວ່າສາຍພັນເດລຕ້າ ເຮັດໃຫ້ຫຼາຍປະເທດມີຄວາມກັງວົນ ພ້ອມກຽມຮັບມືໃນການປ້ອງກັນບໍ່ໃຫ້ພະຍາດດັ່ງກ່າວລະບາດເປັນວົງກວ້າງ.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...