Homeຂ່າວຕ່າງປະເທດໄທກຽມເພີ່ມຊ່ອງທາງເຂົ້າປະເທດ "ທາງບົກ-ທາງເຮືອ" ທ້າຍເດືອນໜ້າ

ໄທກຽມເພີ່ມຊ່ອງທາງເຂົ້າປະເທດ “ທາງບົກ-ທາງເຮືອ” ທ້າຍເດືອນໜ້າ

Published on

ທາງການໄທກຽມເພີ່ມຊ່ອງທາງເຂົ້າປະເທດຜ່ານ “ທາງບົກ-ທາງເຮືອ” ໂດຍຈະທົດລອງເປີດດ່ານໜອງຄາຍ ໃນວັນທີ 24 ທັນວາທີ່ຈະມາເຖິງນີ້ ພ້ອມນະໂຍບາຍສຳລັບເດັກທີ່ມີອາຍຸຕໍ່າກວ່າ 6 ປີ ທີ່ເດີນທາງໄປກັບຜູ້ປົກຄອງ ບໍ່ຈຳເປັນຕ້ອງມີຜົນກວດ RT-PCR ກ່ອນເດີນທາງ.

ຜູ້ທີ່ມີຈຸດປະສົງເດີນທາງເຂົ້າປະເທດໄທຜ່ານດ່ານພົມແດນໜອງຄາຍ ສາມາດຜ່ານໄດ້ສອງຊ່ອງທາງ ຄື ທາງບົກ ແລະ ທາງເຮືອ ໂດຍຕ້ອງມີຜົນກວດໂຄວິດ 72 ຊົ່ວໂມງກ່ອນອອກເດີນທາງ ແລະທຸກຄົນຕ້ອງໄດ້ສັກວັກຊີນຄົບສອງເຂັມ. ສຳລັບຜູ້ເດີນທາງດ້ວຍເຮືອ ຕ້ອງມີລາຍງານຕິດຕາມບໍ່ພົບອາການຕິດເຊື້ອໂຄວິດທັງລູກເຮືອ ແລະຜູ້ໂດຍສານ, ພ້ອມມີລະບົບລົງທະບຽນ ຫຼື ລົງທະບຽນຜ່ານລະບົບ Thailand Pass ແລະຕ້ອງໄດ້ຮັບການອະນຸມັດກ່ອນເຂົ້າທຽບທ່າ, ພ້ອມກວດຫາເຊື້ອໂຄວິດ-19 ອີກຄັ້ງໜຶ່ງພາຍຫຼັງເຮືອຈອດທຽບທ່າ ຖ້າບໍ່ມີເຊື້ອໂຄວິດຈິ່ງສາມາດເດີນທາງຕໍ່ໄດ້.

ສຳລັບການເດີນທາງເຂົ້າປະເທດໄທມີທັງແບບ Test and Go, Sandbox ແລະ Quarantine; ໃນສ່ວນຂອງ Test and Go ແມ່ນບໍ່ຈຳເປັນຕ້ອງກັກຕົວ ແລະບໍ່ຈຳເປັນຕ້ອງໃຊ້ຫຼັກຖານການຈ່າຍຄ່າທີ່ພັກເຊົາ, ສ່ວນ Sandbox Programme ພື້ນທີ່ທົດລອງການທ່ອງທ່ຽວ ແມ່ນຕ້ອງໄດ້ພັກເຊົາໃນພື້ນທີ່ Sandbox ເປັນເວລາ 5 ວັນ ແລະມີຫຼັກຖານການຈ່າຍຄ່າທີ່ພັກໃນພື້ນທີ່ນັ້ນໆ.

ຢ່າງໃດກໍຕາມ, ສຳລັບຂັ້ນຕອນລາຍລະອຽດຕ່າງໆ ທາງການຈະແຈ້ງໃຫ້ຮູ້ຕື່ມໃນໄວໆນີ້.

ຂໍ້ມູນຈາກ: ເວັບໄຊ ໄທພີບີເອັສ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...