Homeສຸຂະພາບ ແລະ ສີ່ງແວດລ້ອມສັນ​ຍານ​ເຕືອນ​ໄພ​ສຸຂະພາບ ອາການ​ທີ່​ບໍ່​ຄວນ​ເບີ່ງ​ຂ້າມ

ສັນ​ຍານ​ເຕືອນ​ໄພ​ສຸຂະພາບ ອາການ​ທີ່​ບໍ່​ຄວນ​ເບີ່ງ​ຂ້າມ

Published on

26_20130801151246.

      1.ກ້ອງຕາ​ດຳ​ຄລ້ຳ ເຊື່ອ​ແນ່​ວ່າ ສາ​ເຫດ​ທຳອິດ​ທີ່​ຫລາຍ​ຄົນ​ນຶກ​ເຖິງ​ຄື ນອນ​ຫລັບ​ພັກ​ຜ່ອນ​ບໍ່​ພຽງ​ພໍ ເພາະ​ໃດ້​ຈະ​ຕ້ອງ​ເບິ່ງແຍງ​ທັງ​ລູກ ຜົວ ຫລື​ ຮັບ​ຜິດຊອບ​ງານ​ປະຈຳ​ທີ່​ຕ້ອງ​ຈັດ​ສັນ​ໃຫ້​ລົງ​ຕົວ ແຕ່​ຜົນ​ວິ​ໄຈ​ຈາກ Sydney’s Nature Care Collage ຢືນຢັນ​ວ່າ ນັ້ນ​ເປັນ​ແຕ່​ສາ​ເຫດ​ສ່ວນຫນຶ່ງ​ເທົ່າ​ນັ້ນ ເພາະ​ບາງ​ທີ​ກ້ອງຕາ​ດຳ​ຄ້ຳ​ອາດ​ເກີດ​ຈາກ​ໝາກໄຂ່ຫລັງ​ຕອງ​ຂອງ​ເສຍ​ເຮັດວຽກ​ບົກຜ່ອງ​ຈົນ​ເຮັດໃຫ້​ໃຕ້​ຕາ​ດຳ ຄ້ຳ​ໄດ້​ເຊັ່ນ​ກັນ
2. ເມື່ອຍ​ຕຶງ​ສົ້ນ​ນ່ອງ​ ແລະ ​ຂໍ້​ພັບ​ຕີນ ສາ​ເຫດ​ທີ່​ພົບ​ເລື້ອຍໆ ນອກ​ຈາກ​ຈະ​ເກີດ​ຈາກ​ການ​ຢືນດົນ​ໆ ຫລື​ ຍ່າງ​ຫລາຍ​ແລ້ວ ເປັນ​ໄປ​ໄດ້​ວ່າ ກຳ​ລັງ​ເປັນ​ພະຍາດ​ຂໍ້​ເຂົ່າ​ເສື່ອມ​ ໂດຍ​ຈະ​ມີ​ອາການ​ຮ່ວມ​ພື້ນ​ຖານ​ຄື ມີ​ສຽງ​ດັງ​ໃນ​ເວ​ລາເຫນັງ​ຂໍ້​ຕີນ ຫລື​ ເຂົ່າ​ຂົດ​ຮູບ​ຮ່າງ​ຜິດ​ປົກກະຕິ ໂດຍ​ສະເພາະ​ຖ້າທ່ານ​​ອາ​ຍຸ​ 40 ຫລື​ຫລາຍກວ່າ 40 ໄປ​ແລ້ວ ຄວນ​ຮີບ​ໄປ​ປຶກ​ສາ​ແພດ​ດ່ວນ

    3. ຍ່ຽວ​ຜິດ​ປົກກະຕິ ຖ້າ​ທ່ານ​ລຸກ​ເຂົ້າ​ຫ້ອງ​ນ້ຳ​ຍ່ຽວ​ຖີ່​ຜິດ​ປົກກະຕິ ຫ ລື​ສັງເກດ​ວ່າ​ມີ​ມົດ​ຂຶ້ນ ຮ່ວມ​ກັບ​ອາການ​ຫິວ​ເລື້ອຍໆ ຄັນ​ຕາມ​ຕົວບາດນານ​ເຊົາ ແລະ ​ມີ​ໂອ​ກາດ​ສ່ຽງ​ເຂົ້າ​ເປັນ​ສະມາຊິກ​ຂອງ​ສະມາຄົມ​ພະຍາດ​ເບົາ​ຫວານ​ຄົນ​ໃໝ່ ແຕ່​ຖ້າ​ຍ່ຽວ​ຂັດໆ ຫລື​ ເປັນ​ເລືອດ​ຈົ່ງ​ຮີບ​ໄປ​ຫາ​ໝໍ ເພາະ​ຫມາກໄຂ່ຫລັງ​ ຫລື​ ກະເພາະ​ຍ່ຽວ​ກຳລັງມີບັນຫາ
4. ຜິວ​ຈືດ ຟົກຊ້ຳ​ງ່າຍ ອາດເປັນ​ສັນ​ຍານ​ເຕືອນ​​ວ່າ ຮ່າງກາຍ​ຂອງ​ເຈົ້າ​ກຳ​ລັງ​ຂາດ​ທາດ​ເຫລັກ ຊຶ່ງ​ເປັນ​ອົງ​ປະກອບ​ສຳຄັນ​ໃນ​ການສ້າງ​ເມັດ​ເລືອດ ແຕ່​ກໍ​ມີ​ອາການ​ສ່ຽງ​ຂອງ​ພະຍາດ​ຮ້າຍແຮງ ເຊັ່ນ ມະ​ເຮັງ​ໃນ​ເມັດ​ເລືອດ​ ຫລື ​ລູ​ຄີ​ເມຍ​ໄດ້ ຊຶ່ງ​ຢ່າງ​ຫລັງ​ນີ້​ມັກ​ເກີດ​ກັບ​ອາການ​ເໜື່ອຍ​ງ່າຍ​ເລືອດ​ອອກ​ທາງ​ຜິວ​ໜັງ​ງ່າຍ ໂດຍ​ບໍ່​ຮູ້​ສາ​ເຫດ
5. ຝ່າ​ຕີນ​ຈີດເຫລືອງ ແພດ​ແຜນ​ຈີນ​ເຊື່ອ​ວ່າ ຄົົນທີ່​ຝ່າ​ຕີນ​ຈີນເຫລືອງ​ ​ຮ່າງ​ກາຍ​ບໍ່ແຂງ​ແຮງ ມີ​ຄວາມ​ຜິດ​ປົກກະຕິ​ກ່ຽວກັບ​ເລືອດ ​ຫລື ​ການເຮັດວຽກງານ​ຂອງ​ຕັບ​ບໍ່​ສົມ​ດຸນ ສ່ວນ​ການ​ແພດ​ແຜນ​ປະຈຸບັນ​ສັນ​ນິດ​ຖານ​ວ່າ ອາດ​ມີ​ພາ​ວະ​ເລືອດ​ຈາງ​
6. ເລັບ​​ບາງ ​ແລະ​ ຜິດ​ປົກກະຕິ ເກີດ​ຈາກ​ຮ່າງ​ກາຍ​ໄດ້ ຮັບ​ແຄ​ຊຽມ​ບໍ່​ພຽງ​ພໍ ແຕ່​ຄວາມ​ຜິດ​ປົກກະຕິ​ຂອງ​ເລັບ​ບາງບາງທີ່ ​ກໍເກິດ​ຈາກ​ຄວາມ​ຜິດ​ປົກກະຕິ​ຂອງ​ອະໄວຍະວະ​ສຳຄັນ​ໄດ້ ເຊັ່ນ ຖ້າ​ມີ​ເລັບ​ສີ​ຂາວ​ເກີນ​ກວ່າ​ຄຶ່ງ​ອາດ​ມີ​ອາການ​ຜິດ​ປົກກະຕິ​ຂອງ​ຕັບ​ ແລ ະ​ຫມາກໄຂ່ຫລັງ

 

 

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...