spot_img
Homeຂ່າວພາຍ​ໃນລາວຂາດ​ດຸນ​ການ​ຄ້າ 45 ລ້ານໂດລາສະຫະລັດໃນເດືອນຕຸລາ

ລາວຂາດ​ດຸນ​ການ​ຄ້າ 45 ລ້ານໂດລາສະຫະລັດໃນເດືອນຕຸລາ

Published on

ອີງ​ຕາມ​ຂໍ້​ມູນ​ຈາກ​ສູນ​ຂໍ້​ມູນ​ຂ່າວ​ສານ​ດ້ານ​ການ​ຄ້າ ຂອງ ​ສ​ປ​ປ ລາວ ໃຫ້​ຮູ​ວ່າ: ລາວຂາດ​ດຸນ​ການ​ຄ້າ 45 ລ້ານໂດລາສະຫະລັດໃນເດືອນຕຸລາ 2021, ຂະນະທີ່ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ບັນລຸໄດ້ປະມານ 819 ລ້ານໂດລາ. ໃນນັ້ນ, ມູນຄ່າການສົ່ງອອກ ປະມານ 387 ລ້ານໂດລາ, ມູນຄ່າການນໍາເຂົ້າ ປະມານ 432 ລ້ານໂດລາ.

ສິນຄ້າສົ່ງອອກຫຼັກປະ​ກອບ​ມີ: ແຮ່ທອງ ມູນຄ່າປະມານ 22 ລ້ານໂດລາ, ທອງແດງ ແລະ ເຄື່ອງທີ່ເຮັດດ້ວຍທອງແດງ ມີມູນຄ່າປະມານ 4 ລ້ານໂດລາ, ໝາກກ້ວຍ ມີມູນຄ່າປະມານ 7 ລ້ານໂດລາ, ຄໍາປະສົມ (ຄຳແທ່ງ) ມີມູນຄ່າປະມານ 119 ລ້ານໂດລາ, ເຄື່ອງນຸ່ງຫົ່ມ ມີມູນຄ່າປະມານ 9 ລ້ານໂດລາ, ກາເຟ ມີມູນຄ່າປະມານ 3 ລ້ານໂດລາ, ຢາງພາລາ ມີມູນຄ່າປະມານ 29 ລ້ານໂດລາ, ຢາສູບ ມີມູນຄ່າປະມານ 4 ລ້ານໂດລາ, ສາລີ ມີມູນຄ່າປະມານ 1 ລ້ານໂດລາ ແລະ ໄມ້ແປຮູບ, ເຄິ່ງສຳເລັດຮູບ ແລະ ສຳເລັດຮູບ ມີມູນຄ່າປະມານ 1 ລ້ານໂດລາ.

ສິນຄ້ານໍາເຂົ້າຫຼັກ ປະ​ກອບ​ມີ: ພາຫະນະທາງບົກ (ນອກຈາກລົດຈັກ, ລົດໄຖ) ມູນຄ່າປະມານ 36 ລ້ານໂດລາ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ ມູນຄ່າປະມານ 7 ລ້ານໂດລາ, ນ້ຳມັນກາຊວນ ມີມູນຄ່າປະມານ 28 ລ້ານໂດລາ, ອຸປະກອນກົນຈັກ ມູນຄ່າປະມານ 23 ລ້ານໂດລາ, ຊິ້ນສ່ວນອາໄຫຼ່ລົດ ມູນຄ່າປະມານ 25 ລ້ານໂດລາ, ນ້ຳມັນແອັດຊັງ, ແອັດຊັງພິເສດ ມີມູນຄ່າປະມານ 11 ລ້ານໂດລາ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສຕິກ ມູນຄ່າປະມານ 10 ລ້ານໂດລາ, ແກ້ວປະເສີດ ຫຼື ເຄິ່ງປະເສີດ ມີມູນຄ່າປະມານ 55 ລ້ານໂດລາ, ຝຸ່ນ (ປຸ໋ຍ) ມີມູນຄ່າປະມານ 4 ລ້ານໂດລາ ແລະ ເຍື່ອໄມ້ ແລະ ເສດເຈ້ຍ ມີມູນຄ່າປະມານ 20 ລ້ານໂດລາ.

ບັນດາປະເທດທີ່ ສປປ ລາວ ສົ່ງອອກຫຼັກ ມີ: ຈີນ ມູນ​ຄ່າ 149 ລ້ານໂດລາ, ຫວຽດນາມ ມູນ​ຄ່າ 96 ລ້ານໂດລາ, ໄທ ມູນ​ຄ່າ 35 ລ້ານໂດລາ, ອິນເດຍ ມູນ​ຄ່າ 14 ລ້ານໂດລາ ແລະ ເຢຍລະມັນ ມູນ​ຄ່າ 4 ລ້ານໂດລາ ຂະນະທີ່ບັນດາປະເທດນໍາເຂົ້າຫຼັກ ມີ: ໄທ ມູນ​ຄ່າ 188 ລ້ານໂດລາ, ຈີນ ມູນ​ຄ່າ 84 ລ້ານໂດລາ, ຫວຽດນາມ ມູນ​ຄ່າ 25 ລ້ານໂດລາ, ຢີ່ປຸ່ນ​ມູນ​ຄ່າ 18 ລ້ານໂດລາ ແລະ ສະ​ຫະ​ລັດອາເມ​ຣິກາ 18 ລ້ານໂດລາ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...