spot_img
Homeຂ່າວຕ່າງປະເທດວັດເກົ່າແກ່ໃນຍີ່ປຸ່ນນຳໃຊ້ຫຸ່ນຍົນພະແອນດຣອຍເທດສະໜາ

ວັດເກົ່າແກ່ໃນຍີ່ປຸ່ນນຳໃຊ້ຫຸ່ນຍົນພະແອນດຣອຍເທດສະໜາ

Published on

ວັດເກົ່າແກ່ແຫ່ງໜຶ່ງໃນຍີ່ປຸ່ນ ໄດ້ນຳເອົາຫຸ່ນຍົນ ຫຼື ນັກບວດແອນດຣອຍ ພາຍໃຕ້ຊື່ “ມິນດ້າ” ເພື່ອໃຊ້ໃນການເທສະໜາ ເຊິ່ງສ້າງຄວາມສົນໃຈໃຫ້ແກ່ຊາວໂລກ ເນື່ອງຈາກຫຼາຍຄົນໃຫ້ຂໍ້ສັງເກດວ່າ ນັກບວດແອນດຣອຍຮູບດັ່ງກ່າວ ຈະສາມາດກະຕຸ້ນຄວາມສົນໃຈໃນທາງພຸດທະສາສະໜາໄດ້ ຫຼື ບໍ່?.

ຕາມການລາຍງານຂ່າວຂອງເວັບໄຊ ຢູເອັນເອັນ: ວັດເກົ່າແກ່ຂອງຍີ່ປຸ່ນ ທີ່ມີອາຍຸປະມານ 400 ປີ ໄດ້ນຳເອົາຫຸ່ນຍົນ “ມິນດ້າ” ມານຳໃຊ້ເພື່ອເທສະໜາ ເຊິ່ງຫຸ່ນຍົນດັ່ງກ່າວ ໄດ້ຈຳລອງຕາມພະໂພທິສັດ ລວມທັງເຈົ້າແມ່ກວນອິມ ໂດຍມີຄວາມສາມາດໃນການພົບປະກັບຜູ້ຄົນຈຳນວນຫຼາຍ ພ້ອມສາມາດເກັບກຳຂໍ້ມູນຈຳນວນຫຼາຍໄດ້ ແລະຍັງສາມາດພັດທະນາຕະຫຼອດເຖິງແມ່ນການເວລາຈະຜ່ານໄປກໍຕາມ.

“ມິນດ້າ” ໄດ້ຮັບການພັດທະນາ ພາຍໃຕ້ການຮ່ວມມືລະຫວ່າງ ວັດໂຄໄດຈິ ແລະສາສະດາຈານດ້ານວິທະຍາການຫຸ່ນຍົນ ຈາກມະຫາວິທະຍາໄລໂອຊາກ້າ ໂດຍມີຄ່າໃຊ້ຈ່າຍປະມານ 1 ລ້ານໂດລາສະຫະລັດ ຫຼື ປະມານ 11 ຕື້ກວ່າກີບ, ພະດັ່ງກ່າວມີລວງສູງ 195 ຊມ ສ້າງຈາກອາລູມີນຽມເປັນສ່ວນໃຫຍ່ ສ່ວນ ມື, ໃບໜ້າ ແລະບ່າໄຫຼ່ ແມ່ນຫຸ້ມດ້ວຍຊີລີໂຄນ ເພື່ອໃຫ້ເບິ່ງຄືກັບວ່າເປັນຜິວໜັງຂອງມະນຸດ, ເຊິ່ງຫຸ່ນຍົນຕົວນີ້ ຖືກຕັ້ງໂປຣແກຣມໃຫ້ສະແດວເທສະໜາ 25 ນາທີ ກ່ຽວກັບພະສູດທີ່ເປັນຄຳພີຂອງສາສະໜາພຸດ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...