Homeຂ່າວຕ່າງປະເທດໄປໄຫ້ວເຈດີກາງທະເລ ຖືກບຽດ ແລະ ຖືກຄື້ນພັດ ຈົມນໍ້າເສຍຊີວິດ 15 ຄົນ ໃນມຽນມາ

ໄປໄຫ້ວເຈດີກາງທະເລ ຖືກບຽດ ແລະ ຖືກຄື້ນພັດ ຈົມນໍ້າເສຍຊີວິດ 15 ຄົນ ໃນມຽນມາ

Published on

ສະເທືອນໃຈ! ປະຊາຊົນມຽນມາແຫ່ໄປໄຫ້ວເຈດີກາງທະເລຕັ້ງແຕ່ເຊົ້າມືດ ບຽດສຽດກັນຍ່າງເທິງທາງທີ່ຖືກນໍ້າທະເລຖ້ວມ ຈົນມີຜູ້ເຄາະຮ້າຍຖືກກະແທກ ພ້ອມມີຄື້ນຊັດຕົກນໍ້າທະເລ ຈົມນໍ້າເສຍຊີວິດຍ່າງນ້ອຍ 15 ຄົນ.

ເນື່ອງໃນຊ່ວງເທດສະການດະຊອງໄດ ຫຼື ເທດສະການແຫ່ງແສງ ໃນວັນທີ 21 ພະຈິກ ຜ່ານມາ, ເຫດການນີ້ເກີດຂຶ້ນ ເນື່ອງຈາກປະຊາຊົນມຽນມາຫຼາຍຮ້ອຍຄົນພະຍາຍາມໄປສັກກະລະບູຊາ ເຈດີໄຈແນ ຢູ່ວັດເທິງເກາະກາງທະເລ ໃຫ້ກັບເມືອງຕານ ພະຍູຊະຍະ ທາງພາກໃຕ້ຂອງລັດມອນ ໃນປະເທດມຽນມາ, ເຊິ່ງປະຊາຊົນຕ້ອງຍ່າງໄປໃນໄລຍະທາງ 4 ກິໂລແມັດ ຄວາມກ້ວາງຂອງທາງແມ່ນ 4 ແມັດ.

ເຈົ້າໜ້າທີ່ໃນພື້ນທີ່ກ່າວວ່າ: ມີຜູ້ເສຍຊີວິດໃນຂະນະພະຍາຍາມຈະຍ່າງຂ້າມໄປເທິງຫົນທາງທີ່ກ້ວາງ 4 ແມັດ ແລະ ຖືກນໍ້າທະເລຖ້ວມ ເພາະຕອນນັ້ນຄື້ນທະເລສູງຫຼາຍ.

ປົກກະຕິເຈົ້າໜ້າທີ່ຈະອະນຸຍາດໃຫ້ປະຊາຊົນໄປໄຫວເຈດີໃນຕອນເຊົ້າ ເວລາ6:30 ແຕ່ປະຊາຊົນຈຳນວນໜຶ່ງ ບໍ່ຍອມຟັງ ແລະພາກັນພະຍາຍາມລຸຍນໍ້າໄປບ່ອນເກີດເຫດ. ບັດຈຸບັນ ສາມາກກູ້ສົບຜູ້ເສຍຊີວິດໄດ້ 12 ແລະ ຍັງສູງຫາຍອີກ 3 ສົບ.

ແຫຼ່ງຂ່າວ: omanobserver

ບົດຄວາມຫຼ້າສຸດ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2027 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...