spot_img
Homeຂ່າວຕ່າງປະເທດສາມີໜ້າຕາດີເກີນໄປຈົນເມຍຫວງ ພ້ອມຕິດຈີພີເອັສໄວ້ຕິດຕາມ

ສາມີໜ້າຕາດີເກີນໄປຈົນເມຍຫວງ ພ້ອມຕິດຈີພີເອັສໄວ້ຕິດຕາມ

Published on

ຍິງຄົນໜຶ່ງ ທີ່ອາໄສຢູ່ເຂດມົນທົນຫູໜານ, ປະເທດຈີນ ຫວງສາມີໜ້າຕາດີຈົນຕ້ອງຕິດຈີພີເອັສຕິດຕາມຕະຫຼອດ ເພາະຢ້ານຜົວນອກໃຈ ເຖິງແມ່ນຈະຖືກສາມີທຳຮ້າຍຮ່າງກາຍມາຫຼາຍຄັ້ງ ພ້ອມຮ້ອງຟ້ອງສານຂໍຫຍ່າຮ້າງ ແຕ່ຝ່າຍເມຍກໍຍັງອົດທົນຍ້ອນເຫດຜົນຂອງຄວາມຫຼໍ່ເຫຼົາທີ່ບໍ່ມີຊາຍໃດທຽມທັນ.

ຍິງໄວ 23 ປີ ກ່າວກັບສື່ທ້ອງຖິ່ນວ່າ ໄດ້ພົບຮັກກັບຊາຍຄົນໜຶ່ງ ຊ່ວງສາມປີກ່ອນ ເຂົາເປັນຄົນໜ້າຕາດີ ແລະກໍຫຼົງຮັກຄັ້ງທຳອິດທີ່ພົບກັນ ກ່ອນທີ່ທັງຄູ່ຈະຕົກລົງແຕ່ງດອງພາຍຫຼັງຄົບກັນພຽງ 2 ເດືອນ ແຕ່ແລ້ວຊີວິດຄູ່ກໍມີປັນຫາ ຍ້ອນຝ່າຍຍິງຫວງຜົວຫຼາຍເກີນໄປ ຈົນເຖິງຂັ້ນຕິດຈີພີເອັສຕິດຕາມຕະຫຼອດເວລາ ເຮັດໃຫ້ຜູ້ເປັນສາມີບໍ່ພໍໃຈຈົນລົງມືທຳຮ້າຍຮ່າງກາຍ ພ້ອມຮ້ອງຟ້ອງຂໍຫຍ່າຮ້າງ ແຕ່ຍິງຄົນດັ່ງກ່າວກໍບໍ່ຍອມປະຮ້າງ ໂດຍໃຫ້ເຫດຜົນວ່າ ບໍ່ສາມາດຫາສາມີໜ້າຕາດີໄດ້ເທົ່າຄົນນີ້ອີກແລ້ວ.

ຢ່າງໃດກໍຕາມ, ເຫດຜົນທີ່ແມ່ຍິງຄົນນີ້ບໍ່ຍອມຢ່າຮ້າງຍ້ອນວ່ານາງກຳລັງຖືພາ ເຊິ່ງເຮັດໃຫ້ຜູ້ເປັນສາມີຍິນດີເປັນຢ່າງຍິ່ງ ແລະພ້ອມທີ່ຈະດູແລຜູ້ເປັນເມຍກັບລູກ ແຕ່ຂໍໃຫ້ຜູ້ເປັນເມຍປ່ຽນພຶດຕິກຳຫຶງຫວງ ເພາະຢ້ານປັນຫາຄອບຄົວສັ່ນຄອນອີກ ເຊິ່ງຍິງຄົນດັ່ງກ່າວກໍຮັບປາກສັນຍາ.

ເວັບໄຊ Sanook, sohu ລາຍງານ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...