spot_img
Homeຂ່າວຕ່າງປະເທດເບລາຣຸສໄດ້ມີການຮື້ຖອນຄ້າຍອົບພະຍົບຂະໜາດໃຫຍ່ທີ່ສຸດອອກຈາກເຂດຊາຍແດນປະເທດໂປແລນ

ເບລາຣຸສໄດ້ມີການຮື້ຖອນຄ້າຍອົບພະຍົບຂະໜາດໃຫຍ່ທີ່ສຸດອອກຈາກເຂດຊາຍແດນປະເທດໂປແລນ

Published on

ໃນວັນທີ 19 ພະຈິກ 2021 ທີ່ຜ່ານມາ ສໍານັກ ຂ່າວຕ່າງປະເທດ ໄດ້ລາຍງານວ່າ ສໍານັກງານຄວບຄຸມເຂດແດນຂອງເບລາຣຸສໄດ້ມີການຮື້ຖອນຄ້າຍອົບພະຍົບຂະໜາດໃຫຍ່ທີ່ສຸດທີ່ຕັ້ງຢູ່ທາງພາກຕາເວັນຕົກສ່ຽງໃຕ້ຂອງປະເທດທີ່ຕິດກັບເຂດແດນຂອງປະເທດໂປແລນ ແລ້ວສົ່ງຜູ້ອົບພະຍົບຊາວອີຣັກປະມານ 430 ຄົນ ໃຫ້ເດີນທາງກັບດ້ວຍເຄື່ອງບິນ.

ເຖິງວ່າຕອນນີ້ສະຖານະການຄວາມຕຶງຄຽດລະຫວ່າງຊາຍແດນຂອງສອງປະເທດຈະເລີ່ມມີການຜ່ອນຄາຍລົງ ແຕ່ທາງດ້ານຄະນະກໍາມະການເອີຣົບ ເຊິ່ງເປັນຝ່າຍບໍລິຫານຂອງສະຫະພາບເອີຣົບ ໄດ້ປະຕິເສດຂໍ້ສະເໜີຂອງປະທານາທິບໍດີອາເລັກຊານເດີ ຜູ້ນໍາຂອງປະເທດເບລາຣຸສ ໃນການຂໍໃຫ້ສະມາຊິກ EU ທັງໝົດ 27 ປະເທດ ຮ່ວມກັນຮັບເອົາຜູ້ອົບພະຍົບທີ່ຍັງຕົກຄ້າງຢູ່ປະມານ 2,000 ຄົນ ແລະ ລັດຖະບານເບລາຣຸສກໍຈະຜັກດັນຜູ້ອົບພະຍົບໃຫ້ກັບພູມລໍາເນົາເດີມເພີ່ມອີກ 5,000 ຄົນ.

 

ທັງນີ້ສະຫະພາບເອີຣົບໄດ້ຄວໍ້າບາດ ທ່ານ ທ່ານລູຄາເຊນໂກ  ແລະ ເຈົ້າໜ້າທີ່ລະດັບສູງຂອງລັດຖະບານເບລາຣຸສອີກຫຼາຍຄົນທີ່ມີເຈດຕະນາສ້າງສະຖານະການຕຶງຄຽດຕາມເຂດຊາຍແດນທີ່ຕິດກັບປະເທດໂປຣແລນ ເຊິ່ງຖືເປັນ ເຂດພົມແດນຕາເວັນອອກສຸດ ຂອງທະວີບເອີຣົບທີ່ມີຄວາມຕຶງຄຽດຢືດເຍື້ອຍາວນານມາຫຼາຍເດືອນ ແລະ ມີຜູ້ອົບພະຍົບເສຍຊີວິດແລ້ວຢ່າງໜ້ອຍ 11 ຄົນ ໂດຍທາງການຂອງ EU ເບິ່ງວ່າເຫດການນີ້ເປັນການເອົາຄືນໃນກໍລະນີທີ່ EU ເຄີຍຄວໍ້າບາດທ່ານລູຄາເຊນໂກຄັ້ງທໍາອິດໃນປີທີ່ແລ້ວຈາກຄວາມຂັດແຍ່ງເລືອງການເລືອກຕັ້ງປະທານາທິບໍດີຂອງເບລາຣຸາ ເຊິ່ງ ທ່ານລູຄາເຊນໂກ ຊະນະເປັນສະໄໝທີ່ 6 ຕິດຕໍ່ກັນ ແຕ່ຫຼາຍປະເທດບໍ່ຍອມຮັບ ແລະ ປະນາມວ່າເປັນການທຸຈະລິດໃນການເລືອກຕັ້ງ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...