spot_img
Homeຂ່າວຕ່າງປະເທດແພດອາເມລິກາກວດພົບແມ່ທ້ອງແປຫຼາຍຮ້ອຍໂຕຟັກຕົວໃນສະໝອງຄົນໄຂ້

ແພດອາເມລິກາກວດພົບແມ່ທ້ອງແປຫຼາຍຮ້ອຍໂຕຟັກຕົວໃນສະໝອງຄົນໄຂ້

Published on

ແພດປະຈຳໂຮງໝໍເມັສຊາຊູເຊັສ ເຈເນີຣັລ, ສະຫະລັດອາເມລິກາ ກວດພົບແມ່ທ້ອງແປຫຼາຍຮ້ອຍໂຕຟັກຕົວໃນສະໝອງຄົນໄຂ້ລາຍໜຶ່ງ ພາຍຫຼັງຜູ້ປ່ວຍລາຍນີ້ເຂົ້າປິ່ນປົວຢູ່ໂຮງໝໍເນື່ອງຈາກມີອາການຊັກໂດຍບໍ່ຮູ້ສາເຫດ.

ອີງຕາມການລາຍງານຂອງເວັບໄຊ Foxnews: ຊາຍໄວ 38 ປີ ເຊິ່ງອົບພະຍົບມາຈາກເຂດຊົນນະບົດຂອງປະເທດກົວເຕມາລາ ເກີດອາການຊັກກະທັນຫັນ ໂດຍບໍ່ຮູ້ສາເຫດ ເນື່ອງຈາກຜ່ານມາແມ່ນດຳລົງຊີວິດປົກກະຕິ ແລະມີສຸຂະພາບແຂງແຮງ ຂະນະທີ່ທ່ານໝໍໄດ້ຮີບຮ້ອນກວດຫາສາເຫດຂອງອາການຊັກຫຼາຍວິທີ ບໍ່ວ່າຈະເປັນພາວະນໍ້າຕານໃນເລືອດ, ໝາກໄຂ່ຫຼັງ, ຕັບ ແລະອື່ນໆ ປາກົດວ່າບໍ່ພົບຄວາມຜິດປົກກະຕິໃດໆ ແຕ່ທ່ານໝໍກໍສຸມທຸກຄວາມພະຍາຍາມໃນການຊອກຫາສາເຫດຈົນພົບວ່າ ໃນສະໝອງຂອງຄົນເຈັບມີແມ່ທ້ອງແປຟັກຕົວຢູ່ເປັນເວລາຫຼາຍສິບປີ.

ຜູ້ຊ່ຽວຊານປະຈຳໂຮງໝໍເມັສຊາຊູເຊັສ ເຈເນີຣັລ ກ່າວວ່າ ຄົນໄຂ້ລາຍນີ້ມີແມ່ທ້ອງຟັກຕົວຢູ່ໃນສະໝອງເນື່ອງມາຈາກບໍລິໂພກຊີ້ນໝູດິບເປັນປະຈຳ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...