Homeຂ່າວການສຶກສາສືບຕໍ່ເພີ່ມທະວີມາດຕະການປ້ອງກັນໂຄວິດ-19 ໃນຂະແໜງການສຶກສາ ເລີ່ມ 15 ພະຈິກ 2021

ສືບຕໍ່ເພີ່ມທະວີມາດຕະການປ້ອງກັນໂຄວິດ-19 ໃນຂະແໜງການສຶກສາ ເລີ່ມ 15 ພະຈິກ 2021

Published on

ກະຊວງສຶກສາທິກເລື່ອງ: ການສືບຕໍ່ເພີ່ມທະວີມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດ

ຂອງພະຍາດ COVID-19 ຂອງຂະແຫນງສຶກສາ ແລະ ກິລາ ເລີ້ມແຕ່ວັນທີ 15 ພະຈິກ 2021 ເປັນຕົ້ນໄປ.

ເພື່ອເປັນການສືບຕໍ່ເພີ່ມທະວີມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດ ອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃຫມ່ COVID-19 ທົ່ວຂະແຫນງສຶກສາ ແລະ ກິລາ ໃນຂອບເຂດທົ່ວປະເທດ.

ຄະນະສະເພາະກິດ ກະຊວງສຶກສາທິການ ແລະ ກິລາ ອອກແຈ້ງການ ດັ່ງນີ້:

  1. ມາດຕະການຕ້ອງເພີ່ມທະວີການຈັດຕັ້ງປະຕິບັດຢ່າງເຂັ້ມງວດ:

– ສືບຕໍ່ປີດການຮຽນການສອນໃນທຸກຊັ້ນທຸກສາຍໃນເມືອງ, ເຂດທີ່ມີການລະບາດພະຍາດ COVID-19 ໃນຊຸມຊົນ;

– ສືບຕໍ່ປີດສູນກິລາໃນຮົ່ມ ແລະ ກາງແຈ້ງທຸກປະເພດ ລວມທັງ ຫ້າມຈັດການແຂ່ງຂັນກິລາທຸກປະເພດ ແລະ ຫ້າມອອກກໍາລັງກາຍຕາມສວນສາທາລະນະຕ່າງໆ ຢູ່ແຂວງ/ນະຄອນຫຼວງ ທີ່ມີການລະບາດໃນຊຸມຊົນ; 

– ຫ້າມຈັດກອງປະຊຸມ, ຝຶກອົບຮົມ, ສໍາມະນາຕ່າງໆ ແບບເຊິ່ງຫນ້າ ແລະ ການເຄື່ອນໄຫວວຽກງານຢູ່ພາຍໃນ ແລະ ຕ່າງແຂວງ/ນະຄອນຫຼວງ, ເມືອງນະຄອນ ແລະ ເຂດທີ່ມີການລະບາດ ທີ່ມີຜູ້ເຂົ້າຮ່ວມຫຼາຍກວ່າ 50 ຄົນ;

– ຫ້າມພະນັກງານທີ່ອາໄສໃນເຂດທີ່ມີການລະບາດໃນຊຸມຊົນ, ຜູ້ທີ່ສໍາຜັດໃກ້ຊິດກັບກໍລະນີຜູ້ຕິດເຊື້ອ (C1) ແລະ ຫ້າມພະນັກງານ-ຄູອາຈານເພດຍິງທີ່ຖືພາມາປະຈໍາການ, ໃຫ້ຈັດຕັ້ງກັນເຮັດວຽກຢູ່ເຮືອນຜ່ານລະບົບເອເລັກໂຕຣນິກ, ອີເມວ, ລະບົບປະຊມທາງໄກ ແລະ ວິທີການອື່ນທີ່ເຫມາະສົມ;

ສໍາລັບຜູ້ບໍລິຫານ, ພະນັກງານ-ຄູອາຈານ, ນັກຮຽນ, ນັກສຶກສາ ທີ່ຮູ້ວ່າຕົນເອງເປັນຜູ້ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອແມ່ນໃຫ້ຮີບຮ້ອນລາຍງານຕໍ່ຄະນະສະເພາະກິດຂັ້ນຂອງຕົນ ແລະ ການຈັດຕັ້ງ ໄດ້ຮັບຊາບຢ່າງຮີບດ່ວນ, ໃຫ້ເຝົ້າ ລະວັງພ້ອມທັງຈໍາກັດບໍລິເວນຕົນເອງ ແລະ ປະຕິບັດຕາມຄໍາແນະນໍາທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ. ຖ້າມີຂໍ້ສົງໄສໃຫ້ປຶກສາສາຍດ່ວນ 165 ຫຼື 166 ຫຼື 020 5406 6777 ໂດຍທັນທີ;

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...