spot_img
Homeຂ່າວພາຍ​ໃນມາດຕະການຜ່ອນຜັນສະບັບໃໝ່ ໃນໄລຍະວັນທີ 15 ພະຈິກ 2021 ເປັນຕົ້ນໄປ.

ມາດຕະການຜ່ອນຜັນສະບັບໃໝ່ ໃນໄລຍະວັນທີ 15 ພະຈິກ 2021 ເປັນຕົ້ນໄປ.

Published on

ອີງຕາມບົດຖະແຫຼງຂ່າວ, ກ່ຽວກັບມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດ ຂອງພະຍາດ ໂຄວິດ-19 ໂດຍ ທ່ານ ນາງ ທິບພະກອນ ຈັນທະວົງສາ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຮອງຫົວໜ້າຄະນະສະເພາະກິດ, ຜູ້ປະຈຳການ.

ສະພາບການຕິດເຊື້ອໃນຊຸມຊົນ ມີຂຶ້ນໃນທຸກແຂວງໃນທົ່ວປະເທດ ແລະ ຈຳນວນຜູ້ຕິດເຊື້ອໃໝ່ ຍັງສືບຕໍ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະ ຂະຫຍາຍເປັນວົງກວ້າງ, ຊຶ່ງການຕິດເຊື້ອດັ່ງກ່າວ ສ່ວນຫຼາຍແມ່ນເກີດຢູ່ຕາມສະຖານທີ່ທີ່ມີຊຸມຊົນແອອັດຕ່າງໆ, ສາເຫດຕົ້ນຕໍຂອງການແຜ່ລະບາດດັ່ງກ່າວ ແມ່ນຍ້ອນສັງຄົມຈຳນວນໜຶ່ງ ຍັງບໍ່ທັນປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອ ຢ່າງເຂັ້ມງວດ. ຍ້ອນແນວນັ້ນ ຈຶ່ງມີຄວາມຈຳເປັນຕ້ອງໄດ້ສືບຕໍ່ຈັດຕັ້ງປະຕິບັດມາດຕະການຈຳນວນໜຶ່ງ ເລີ່ມແຕ່ເວລາ 00:00 ໂມງ ຂອງວັນທີ 15 ພະຈິກ 2021 ເປັນຕົ້ນໄປ ຄືດັ່ງນີ້:

ມາດຕະການຜ່ອນຜັນ :

1.ບັນດາຫົວໜ່ວຍທຸລະກິດ, ສະຖານທີ່ ກໍຄືກິດຈະການຕ່າງໆ ທີ່ບໍ່ນອນຢູ່ໃນມາດຕະການລວມ ແລະ ມາດຕະການສະເພາະໃນຈຸດທີ່ມີການລະບາດໃນຊຸມຊົນ ແມ່ນອະນຸຍາດໃຫ້ເປີດ ແລະ ດຳເນີນກິດຈະການໄດ້ ໂດຍອີງໃສ່ຜົນຂອງການສັກວັກຊີນຂອງເຈົ້າຂອງກິດຈະການ, ຜູ້ໃຫ້ບໍລິການ ແລະ ຜູ້ເຂົ້າບໍລິການເປັນຕົ້ນຕໍ. ໝາຍວ່າ ຜູ້ໃດສັກວັກຊີນຄົບໂດສ ແມ່ນສາມາດເຂົ້າໃຊ້ບໍລິການໃນສະຖານທີ່ດັ່ງກ່າວໄດ້;

2.ສືບຕໍ່ອະນຸຍາດໃຫ້ດຳເນີນການຂົນສົ່ງສິນຄ້າພາຍໃນປະເທດ ແລະ ລະຫວ່າງປະເທດ ໂດຍປະຕີບັດຕາມແຈ້ງການຂອງ ກະຊວງ ໂຍທາທິການ ແລະ ຂົນສົ່ງ ສະບັບເລກທີ 242/ຍທຂ, ລົງວັນທີ 23 ເມສາ 2021 ຊຶ່ງຄົນຂັບລົດ ແລະ ຜູ້ຊ່ວຍຄົນຂັບລົດ ພາຍໃນປະເທດ ແລະ ຄົນຂັບລົດຂົນສົ່ງສິນຄ້າເຂົ້າມາ ສປປ ລາວ ຕ້ອງໄດ້ຮັບວັກຊີນຄົບ;

3.ອະນຸຍາດໃຫ້ດຳເນີນການຂົນສົ່ງໂດຍສານທາງບົກ, ທາງນໍ້າ ແລະ ທາງອາກາດ ພາຍໃນປະເທດ ໂດຍບໍ່ຈໍາເປັນຕ້ອງມີໃບຢັ້ງຢືນຈາກຕົ້ນທາງ ແລະ ປາຍທາງ, ບໍ່ໃຫ້ມີການ ຈໍາກັດບໍລິເວນ ແລະ ບໍ່ຈໍາກັດເວລາໃນການສັນຈອນຂອງລົດຂົນສົ່ງໂດຍສານ ແລະ ສິນຄ້າ ທຸກປະເພດໃນຂອບເຂດທົ່ວປະເທດ, ແຕ່ໃຫ້ມີການຢັ້ງຢືນການຮັບວັກຊີນຄົບ ທັງຜູ້ໃຫ້ບໍລິການ ແລະ ຜູ້ໂດຍສານ (ຍົກເວັ້ນ ຜູ້ຖືພາ ແລະ ຜູ້ທີ່ບໍ່ທັນເຖິງອາຍຸກະສຽນສັກວັກຊີນ). ນອກຈາກນັ້ນ, ຜູ້ປະກອບການຂົນສົ່ງ ແລະ ຜູ້ໂດຍສານ ຕ້ອງປະຕິບັດມາດຕະການການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອ ຢູ່ຕາມສະຖານີ, ພາຫະນະທີ່ນໍາໃຊ້ໃນການຂົນສົ່ງ ແລະ ໃນຊ່ວງໄລຍະການເດີນທາງ ຢ່າງເຂັ້ມງວດ;

4.ບັນດາຫົວໜ່ວຍທຸລະກິດທຸກປະເພດ ຫາກມີການລະບາດຢູ່ພາຍໃນຫົວໜ່ວຍທຸ ລະກິດຕົນ ແມ່ນໃຫ້ປິດການດໍາເນີນກິດຈະການຊົ່ວຄາວ ເພື່ອອະນາໄມ, ຂ້າເຊື້ອ ແລະ ປະຕິບັດມາດຕະການກັ່ນກອງ, ຄັດແຍກກຸ່ມສ່ຽງຕາມທີ່ຄະນະສະເພາະກິດວາງອອກ, ຈາກນັ້ນ ຈຶ່ງກັບມາເປີດດໍາເນີນກິດຈະການຂອງຕົນໄດ້, ຖ້າຫາກຫົວໜ່ວຍ ທຸລະກິດໃດ ບໍ່ປະຕິບັດຕາມມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂສະພາບການລະບາດ ຂອງພະຍາດໂຄວິດ-19 ທີ່ຄະນະສະເພາະກິດຂັ້ນຕ່າງໆວາງອອກ ຕ້ອງໄດ້ດໍາເນີນມາດຕະການ ຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ; ເພື່ອເປັນບ່ອນອີງໃຫ້ແກ່ການຕິດຕາມ ກວດກາ ຂອງຄະນະສະເພາະກິດກ່ຽວຂ້ອງ ໃຫ້ບັນດາຫົວ ໜ່ວຍທຸລະກິດ ສ້າງແຜນການປ້ອງກັນການແຜ່ລະບາດ ຂອງພະຍາດ ໂຄວິດ-19 ໃຫ້ລະອຽດ ແລ້ວສົ່ງໃຫ້ຄະນະສະເພາະກິດຂັ້ນທີ່ຕົນເອງເຄື່ອນໄຫວທຸລະກິດນັ້ນ ຮັບຊາບ ເພື່ອຕິດຕາມ.

5.ອະນຸຍາດໃຫ້ເປີດການຮຽນ-ການສອນທຸກຊັ້ນ ແບບເຊິ່ງໜ້າປົກກະຕິ ຢູ່ນະຄອນຫຼວງວຽງຈັນ, ບັນດາແຂວງທົ່ວປະເທດ. ມອບໃຫ້ກະຊວງສຶກສາທິການ ແລະ ກິລາ ຮີບຮ້ອນສົມທົບກັບ ກະຊວງສາທາລະນະສຸກ ແລະ ພາກສ່ວນທີ່ກ່ຽວຂ້ອງ ກຳນົດເງື່ອນໄຂ ແລະ ມາດຕະການປ້ອງກັນ ແລະ ຄວບຄຸມໃຫ້ລະອຽດ ແລ້ວມອບໃຫ້ຄະນະສະເພາະກິດແຕ່ລະທ້ອງຖິ່ນ ສົມທົບກັບຂະແໜງສຶກສາທິການ ແລະ ກິລາ ອະນຸຍາດເປັນແຕ່ລະກໍລະນີ.

ບົດຄວາມຫຼ້າສຸດ

ກິນສົ້ມໝູດິບ ອັນຕະລາຍທີ່ສຸດສຳລັບຄົນຖືພາ ອາດຈະເຮັດໃຫ້ລູກໃນທ້ອງບໍ່ສົມບູນ

ຂອງມັກໃຜ? ດັ່ງທີ່ເຮົາຮູ້, ຊີ້ນໝູສົດບໍ່ສາມາດກິນດິບໄດ້ ແຕ່ກໍຍັງມີອາຫານບາງຊະນິດທີ່ນໍາຊີ້ນໝູສົດໄປແປຮູບເປັນອາຫານ ເຊັ່ນ: ສົ້ມໝູ ໂດຍຄົນບາງກຸ່ມ ກໍຍັງມີວິທີການກິນໂດຍບໍ່ໄດ້ຜ່ານການປຸງສຸກ. ສົ້ມໝູແມ່ນອາຫານທີ່ເຮັດຈາກຊີ້ນໝູສົດທີ່ຜ່ານການໝັກດ້ວຍເຂົ້າ, ກະທຽມ ແລະ ເກືອ ເຮັດໃຫ້ມີລົດຊາດສົ້ມ ເຮັດໃຫ້ເກີດຈາກສານເເລັກຕິກ...

ພ້ອມໃຫ້ບໍລິການ 40 ຈຸດທົ່ວປະເທດ! ສະຖານີສາກລົດໄຟຟ້າ BlueDot ຈາກບໍລິສັດ ລາວທານີ ທີ່ມາພ້ອມກັບມາດຕະຖານ ແລະ ຄວາມປອດໄພຂັ້ນສູງ

ສະຖານີສາກລົດໄຟຟ້າ BlueDot ຈາກບໍລິສັດລາວທານີ ທີ່ມາພ້ອມກັບມາດຕະຖານ ແລະ ມີຈຸດສາກລົດຫຼາຍກວ່າ 40 ຈຸດທົ່ວປະເທດ. ໃນຍຸກປັດຈຸບັນ, ການເດີນທາງດ້ວຍລົດຍົນໄຟຟ້າກໍາລັງໄດ້ຮັບຄວາມນິຍົມຫຼາຍຂຶ້ນເລື້ອຍໆ ໃນ ສປປ ລາວ ດັ່ງນັ້ນ, “ສະຖານີສາກລົດໄຟຟ້າ”...

ລາວ-ກູບາ ສືບຕໍ່ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືສອງຝ່າຍ

ລາວ-ກູບາ ພົບປະສອງຝ່າຍຢ່າງເປັນທາງການ ເພື່ອຕີລາຄາ, ຖອດຖອນບົດຮຽນ, ປຶກສາຫາລືດ້ານຍຸດທະສາດ ແລະ ກໍານົດທິດທາງການຮ່ວມມື ໃຫ້ກ້າວເຂົ້າສູ່ລວງເລິກ ເພື່ອຜົນປະໂຫຍດລວມຂອງປະຊາຊົນສອງຊາດ. ໂດຍຕອບສະໜອງຕາມຄໍາເຊີນຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ,...

ເຮືອໂດຍສານຫຼົ້ມ ທີ່ປະເທດໄນຈີເຣຍ ເສຍຊີວິດ 60 ຄົນ ເຊິ່ງມີການບັນຈຸຜູ້ໂດຍສານຫຼາຍກວ່າ 100 ຄົນ

ເສຍຊີວິດ 60 ຄົນ ເຫດການເຮືອໂດນສານຫຼົ້ມທີ່ປະເທດໄນຈີເຣຍ ຜູ້ເສຍຊີວິດສ່ວນຫຼາຍແມ່ນຜູ້ຍິງ ແລະ ເດັກນ້ອຍ. ໃນວັນທີ 02 ກັນຍາ 2025 ທີ່ຜ່ານມາ, ເກີດເຫດເຮືອໂດຍສານຫຼົ້ມ ປະເທດໄນຈີເຣຍ, ເນື່ອງຈາກເຮືອໄດ້ຕໍາກັບຕໍໄມ້ທີ່ຢູ່ໃນນ້ໍ້າ...