Homeເກັບຕົກ-ເລື່ອງແປກຄອບຄົວຊາວອາເມລິກາມີລູກ 12 ຄົນ ເປັນຜູ້ຊາຍລ້ວນ ລໍລຸ້ນເພດລູກຄົນທີ່ 13

ຄອບຄົວຊາວອາເມລິກາມີລູກ 12 ຄົນ ເປັນຜູ້ຊາຍລ້ວນ ລໍລຸ້ນເພດລູກຄົນທີ່ 13

Published on

family_of_12_boys_1

 

family_of_12_boys_2

ຄອບຄົວຊາວອາເມລິກາມີລູກ 12 ຄົນ ເປັນຜູ້ຊາຍລ້ວນ ຕັ້ງທີບເຕະບານໃດ້ເລຍ ລຸ້ນລູກຄົນທີ່ 13 ຖ້າເປັນຜູ້ຍິງກໍ່ຈະດີ

ເມື່ອວັນທີ່ 29 ຕຸລາ ປີ 2014 ສຳນັກຂ່າວເອພີ ລາຍງານວ່າ ສາມີ-ພັນຍາ ຊາວອາເມລິກາ ມີລູກ 12 ຄົນ ເປັນຜູ້ຊາຍທັ້ງໝົດ ຕອນນີ້ກຳລັງຕັ້ງທ້ອງລູກຄົນທີ່ 13 ບໍ່ຮູ້ວ່າຈະອອກຜູ້ຍິງຫຼືຜູ້ຊາຍ ເປິດໃຈຖ້າເກິດອອກມາເປັນຜູ້ຍິງ ມີຊ໊ອກທັ້ງຄອບຄົວແທ້ໆ.

ເຈ ແລະ ແຄເທີຣີ່ ຄືຊື່ນຂອງຄູ່ສາມີ-ພັນຍາຄູ່ນີ້ ທັ້ງສອງມີລູກຊາຍເຕັມບ້ານເຖິງ 12 ຄົນ ເກິດລູກມາຄົນໃດກໍ່ເປັນຜູ້ຊາຍທັ້ງໝົດ ແຕ່ ູ ເຈລະແຄເທີຣີ່ ກໍ່ຍັງບໍ່ພໍ ຂໍມີລູກອີກຄົນໜຶ່ງ ແລະຕອນນີ້ກໍ່ມີແລ້ວ ແຄເທີຣີ່ກຳລັງຖືພາລູກຄົນທີ່ 13 ໂດຍມີກຳນົດເກິດໃນວັນທີ່ 9 ພຶດສະພາ ປີໜ້າ ສ່ວນຈະເປັນເພດໃດນັ້ນບໍ່ສຳຄັນ ແຕ່ກະແອບວັງວ່າຈະໃດ້ລູກສາວສັກຄົນ.

“ຖ້າຫາກລູກຂອງຂ້ອຍເປັນຜູ້ຍິງ ຂ້ອຍວ່າຄອບຄົວຂ້ອຍຕ້ອງຊ໊ອກແທ້ໆ ມັນເປັນສິ່ງທີ່ບໍ່ຍາກເຊື່ອ  “ ແຄເທີຣີ່  ເວົ້າ

ສ່ວນທາງດ້ານທ້າວເຈກໍ່ໃດ້ເປິດເຜີຍວ່າ ຖ້າຫາກເລືອກໃດ້ກໍ່ຢາກມີລູກສາວສັກຄົນ ຢາກຮູ້ຄືກັນວ່າຄອບຄົວທີ່ເຕັມໄປດ້ວຍລູກຊາຍນັ້ນ ຈະມີປະຕິກິລິຍາຕໍ່ນ້ອງສາວຄົນດຽວຂອງບ້ານແບບໃດ ບໍ່ວ່າຈະເປັນເພດໃດ ຂໍໃຫ້ລູກເກິດມາສຸຂະພາບແຂງແຮງກໍ່ພໍ.

ປັດຈຸບັນລູກຊາຍຂອງຂອງເຈແລະແຄເທີຣີ່ ມີອາຍຸໄລ່ເລ່ຍກັນ ແຕ່ອ້າຍກົກແລະນ້ອງຫຼ້າອາຍຸຫ່າງກັນຫຼາຍ ລູກຊາຍກົກອາຍຸ 22 ປີແລ້ວ ແຕ່ນ້ອງຊາຍຫຼ້ານັ້ນຍັງບໍ່ເຖີງປີ ເພາະເກິດເມື່ອເດືອນສິງຫາທີ່ຜ່ານມານີ້ເອງ .

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...