Homeຂ່າວຕ່າງປະເທດເຕົ່າຫາຍາກຈາກປະເທດອາເມລິກາ ທີ່ມີ 2 ຫົວ 6 ຂາ

ເຕົ່າຫາຍາກຈາກປະເທດອາເມລິກາ ທີ່ມີ 2 ຫົວ 6 ຂາ

Published on

ໃນວັນທີ 17 ຕຸລາ 2021 ເວັບໄຊ້ ຂ່າວຕ່າງປະເທດ ໄດ້ລາຍງານວ່າ: ມີລູກເຕົ່າໂຕໜຶ່ງເປັນສາຍພັນເຕົ່າ Diamondback terrapin ອາຍຸ 2 ອາທິດ ທີ່ເກີດມາມີ 2 ຫົວຢູ່ໃນກະດອງດຽວກັນ ແລະ ມີ 6 ຂາ ໂດຍລູກເຕົ່າສອງຫົວນີ້ເກີດຈາກການວາງໄຂ່ຂອງແມ່ເຕົ່າທີ່ສູນອະນຸລັກພັນສັດຫາຍາກ ໃນລັດ ແມສຊາຊູເຊດ ປະເທດ ອາເມລິກາ ເຈົ້າໜ້າທີ່ບອກວ່າປົກກະຕິເຕົ່າສາຍພັນນີ້ກໍເປັນສັດຫາຍາກຢູ່ແລ້ວ ແລະ ຍິ່ງເກີດມາມີສອງຫົວແບບນີ້ຍິ່ງຫາຍາກກວ່າເກົ່າ.

ທາງດ້ານແພດປະຈໍາສູນອະນຸລັກພັນສັດຫາຍາກເບີດເຊເຄບ ໄດ້ລະບຸວ່າ ລູກເຕົ່າໂຕນີ້ມີສອງຫົວ ແລະ ມີ 6 ຂາ ມັນເກີດມາພ້ອມກັບພາວະທີ່ຜິດປົກກະຕິທີ່ຊື່ວ່າ Bicephalic ລູກເຕົ່າດັ່ງກ່າວຕ້ອງຢູ່ໃນຕູ້ອົບເພື່ອສັງເກດສະພາບຮ່າງກາຍ ໂດຍການກວດສອບດ້ວຍລັງສີວິທະຍາພົບວ່າ ແຕ່ລະຫົວມີລະບົບການກິນ ແລະ ການຍ່ອຍອາຫານຂອງຕົນເອງ ແຕ່ລະຫົວກໍຈະມີລະບົບຫາຍໃຈແຍກອອກຈາກກັນ ແລະ ຕັ້ງແຕ່ເຝົ້າຕິດຕາມສຸຂະພາບຮ່າງກາຍຂອງລູກເຕົ່າຕັ້ງແຕ່ຕອນເກີດເຫັນວ່າພວກມັນແຂງແຮງດີ ແລະ ຫຼັງຈາກນັ້ນເຈົ້າໜ້າທີ່ຈະໄດ້ພາໄປສະແກນຮ່າງກາຍເພື່ອສຶກສາໃນຂັ້ນຕໍ່ໄປ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...