spot_img
Homeຂ່າວການຊ່ວຍເຫຼືອພິທີມອບ-ຮັບ ໂຄງການຊ່ວຍເຫຼືອໂຮງໝໍມະໂຫສົດ ໄລຍະທີ 1

ພິທີມອບ-ຮັບ ໂຄງການຊ່ວຍເຫຼືອໂຮງໝໍມະໂຫສົດ ໄລຍະທີ 1

Published on

ພິທີມອບ-ຮັບ ໂຄງການ ຊ່ວຍເຫຼືອໂຮງໝໍມະໂຫສົດ, ກະຊວງສາທາລະນະສຸກ ແຫ່ງ ສປປ ລາວ ໄລຍະທີ 1.

ໃນຕອນເຊົ້າ ວັນທີ 11 ພະຈິກ 2021 ນີ້, ໄດ້ມີພິທີ ພິທີມອບ-ຮັບ ໂຄງການ ຊ່ວຍເຫຼືອໂຮງໝໍມະໂຫສົດ, ກະຊວງສາທາລະນະສຸກ ແຫ່ງ ສປປ ລາວ ໄລຍະທີ 1 ເຊິ່ງເປັນການຊ່ວຍເຫຼືອຫຼ້າຈາກລັດຖະບານ ສປ ຈີນ, ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ຈຽນ ຈາຍຕົງ Jiang Zaidong, ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງສາທາລະນະລັດ ປະຊາຊົນຈີນ ປະຈຳລາວ, ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ, ພ້ອມດ້ວຍແຂກທີ່ກ່ຽວຂ້ອງທັງສອງຝ່າຍ.

ໂຄງການກໍ່ສ້າງໂຮງໝໍມະໂຫສົດ ມີມູນຄ່າການກໍ່ສ້າງທັງໝົດ 592 ກວ່າລ້ານ ຢວນ, ເຊິ່ງແບ່ງອອກເປັນ 2 ໄລຍະ ຄື:

ໄລຍະທີ 1 ໄດ້ເລີ່ມລົງມືກໍ່ສ້າງມາ ແຕ່ເດືອນພະຈິກ ປີ 2018 ລວມມີ ການກໍ່ສ້າງພາກສ່ວນໃຕ້ດິນ, ອາຄານນອນຄົນເຈັບ 8 ຊັ້ນ ແລະ ອາຄານຊຶມເຊື້ອ 4 ຊັ້ນ.

ສຳລັບໄລຍະທີ 2 ມີຕຶກອາຄານ 5 ຊັ້ນ ແລະ 4 ຊັ້ນ, ຄາດວ່າຈະສ້າງສໍາເລັດໃນທ້າຍປີ 2022 ນີ້, ປະກອບມີທັງໝົດ 600 ຕຽງ.

ສາມາດວົ້າໄດ້ວ່າໂຮງໝໍມະໂຫສົດ ຈະເປັນໂຮງໝໍພາກລັດທີ່ໃຫຍ່ທີ່ສຸດ ໃນ ສປປ ລາວ ທີ່ປະກອບໄປດ້ວຍຄວາມທັນສະໄໝ ພ້ອມທັງປະຢັດພະລັງງານ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...