spot_img
Homeຂ່າວຕ່າງປະເທດປອກຕຸຍການ ອອກກົດໝາຍຫ້າມນາຍຈ້າງຕິດຕໍ່ພະນັກງານນອກໂມງວຽກ ເພື່ອປັບຄວາມດຸ່ນດ່ຽງຊີວິດສ່ວນຕົວ ແລະ ການເຮັດວຽກ

ປອກຕຸຍການ ອອກກົດໝາຍຫ້າມນາຍຈ້າງຕິດຕໍ່ພະນັກງານນອກໂມງວຽກ ເພື່ອປັບຄວາມດຸ່ນດ່ຽງຊີວິດສ່ວນຕົວ ແລະ ການເຮັດວຽກ

Published on

ສຳນັກ​ຂ່າວ Independent ລາຍ​ງານ​ໃນ​ວັນ​ທີ 10 ພະຈິກ 2021 ນີ້ວ່າ ລັດຖະສະພາ​ຂອງ​ປອກຕຸຍ​ການ ​ໄດ້​ອະນຸມັດ​ກົດໝາຍ​ສະບັບ​ໃໝ່​ທີ່​ສະ​ເໜີ​ໂດຍ​ພັກ​ສັງຄົມ​ນິຍົມ ເຊິ່ງ​ເປັນ​ພັກ​ລັດຖະບານ ກໍານົດໃຫ້ບໍລິສັດຕ່າງໆ ຫ້າມຕິດຕໍ່ພະນັກງານນອກເໜືອເວລາເຮັດວຽກທີ່ໄດ້ຕົກລົງກັນໄວ້ ແລະ ຖືວ່າເປັນເລື່ອງທີ່ຜິດກົດໝາຍ.

ຂໍ້ກໍານົດດັ່ງກ່າວ ແມ່ນໜຶ່ງໃນມາດຕະການໃໝ່ ເພື່ອຄວບຄຸມການເຮັດວຽກຢູ່ທີ່ບ້ານ (Work from home) ແລະ ປ່ຽນແນວຄວາມຄິດຂອງການດຸ່ນດ່ຽງຊີວິດສ່ວນຕົວ ແລະ ຊີວິດການເຮັດວຽກ ຫຼັງມີການລະບາດຂອງພະຍາດ ໂຄວິດ-19 ໃນຊ່ວງ 18 ເດືອນທີ່ຜ່ານມາ ເຮັດໃຫ້ຮູບແບບການເຮັດວຽກຂອງຜູ້ຄົນປ່ຽນແປງໄປ.

ພາຍ​ໃຕ້​ກົດໝາຍ​ສະບັບ​ໃໝ່​ ໄດ້ຖືກຮັບຮອງ​ເອົາ​ໃນ​ວັນ​ທີ 5 ພະຈິກ​ 2021 ທີ່ຜ່ານມານີ້, ບັນດາບໍລິສັດທຸລະກິດຕ່າງໆ ຖ້າ​ຫາກສົ່ງຂໍ້ຄວາມ ຫຼື ອີ​ເມວ ​ໃຫ້​ພະນັກງານ​ນອກ​ເວລາ​ທີ່​ໄດ້​ຕົກລົງ​ກັນ​ໄວ້ ຈະຕ້ອງຊ່ວຍຈ່າຍຄ່າໃຊ້ຈ່າຍພາຍໃນເຮືອນທີ່ເພີ່ມຂຶ້ນຈາກການເຮັດວຽກຈາກບ້ານ ເຊັ່ນ: ຄ່າອິນເຕີເນັດ ແລະ ຄ່າໄຟຟ້າ.

ນອກຈາກນັ້ນ, ນາຍຈ້າງຍັງຖືກຫ້າມບໍ່ໃຫ້ຕິດຕາມພາບການເຮັດວຽກຂອງພະນັກງານທີ່ເຮັດວຽກຢູ່ນອກເໜືອຈາກສໍານັກງານ ເພື່ອຄວາມປອດໄພໃນຄວາມເປັນສ່ວນຕົວ ແລະ ກຳນົດໃຫ້ຈັດກອງປະຊຸມແບບພົບປະກັນຢ່າງນ້ອຍໜຶ່ງຄັ້ງໃນທຸກໆ 2 ເດືອນ ເພື່ອແກ້ໄຂຄວາມໂດດດ່ຽວຂອງສະມາຊິກໃນທີມ.

ໃນຂະນະທີ່ພະນັກງານທີ່ມີລູກນ້ອຍ ເຂົາເຈົ້າມີສິດໄດ້ຮັບສິດທິຕາມກົດໝາຍຄືສາມາດເຮັດວຽກຢູ່ບ້ານໄດ້ ຈົນກວ່າລູກຈະມີອາຍຸຮອດ 8 ປີ ໂດຍບໍ່ຈໍາເປັນຕ້ອງໄດ້ຮັບການອະນຸມັດຈາກຝ່າຍການຈັດການ.

ກົດໝາຍສະບັບໃໝ່ນີ້ ຈະມີຜົນບັງຄັບນຳໃຊ້ກັບບໍລິສັດທີ່ມີພະນັກງານ 10 ຄົນຂຶ້ນໄປເທົ່ານັ້ນ. ໃນຂະນະທີ່ການສະເໜີ ສິດທິໃນການຕັດການເຊື່ອມຕໍ່ ຈະອະນຸຍາດໃຫ້ພະນັກງານທີ່ມີສິດທິຕາມກົດໝາຍ ທີ່ຈະປິດຂໍ້ຄວາມ ແລະ ອຸປະກອນທີ່ກ່ຽວຂ້ອງກັບການເຮັດວຽກຫຼັງຈາກຊົ່ວໂມງເຮັດວຽກສິ້ນສຸດລົງ ແມ່ນໄດ້ຖືກປະຕິເສດໂດຍສະມາຊິກຂອງສະພາຜູ້ຕ່າງໜ້າ ແລະ ຈະບໍ່ໄດ້ລວມຢູ່ໃນກົດຫມາຍໃໝ່.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...