spot_img
Homeຂ່າວພາຍ​ໃນສາທາກຽມອະນຸຍາດຜູ້ປ່ວຍໂຄວິດ-19 ທີ່ມີອາການເບົາບາງສາມາດປິ່ນປົວຢູ່ເຮືອນ

ສາທາກຽມອະນຸຍາດຜູ້ປ່ວຍໂຄວິດ-19 ທີ່ມີອາການເບົາບາງສາມາດປິ່ນປົວຢູ່ເຮືອນ

Published on

ເຈົ້າໜ້າທີ່ສາທາລະນະສຸກກຽມອະນຸຍາດໃຫ້ຜູ້ຕິດເຊື້ອ ໂຄວິດ-19 ທີ່ມີອາການເບົາບາງ ຫຼື ບໍ່ສະແດງອາການ ສາມາດຕິດຕາມສຸຂະພາບຂອງຕົນເອງຢູ່ເຮືອນໄດ້ໃນບໍ່ຊ້ານີ້.

ເຊິ່ງແຜນການດັ່ງກ່າວຈະເລີ່ມປະຕິບັດພາຍຫຼັງຄະນະສະເພາະກິດຂັ້ນສູນກາງປະກາດຢ່າງເປັນທາງການ.

ອີງຕາມຄູ່ມືແນະນຳ ສ້າງໂດຍ ກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ, ກະຊວງສາທາລະນະສຸກ  ໃນການໃຫ້ຄຳແນະນຳກໍລະນີມີການປິ່ນປົວຢູ່ເຮືອນສຳລັບຜູ້ຕິດເຊື້ອໂຄວິດທີ່ມີອາການເບົາບາງ ຫຼື ບໍ່ສະແດງອາການ ເຊິ່ງປະກອບມີ 4 ຫົວຂໍ້ແນະນຳ ໄດ້ແກ່ ການຈັດບູລິມະສິດຜູ້ທີ່ສາມາດປິ່ນປົວໃນໂຮງໝໍ ຫຼື ຕິດຕາມອາການຢູ່ເຮືອນ, ລວມເຖິງວິທີການຕິດຕາມສຸຂະພາບທາງກາຍ ແລະໃຈຂອງຜູ້ປ່ວຍ, ວິທີປ້ອງກັນສະມາຊິກໃນເຮືອນບໍ່ໃຫ້ຕິດເຊື້ອ, ແລະ ເວລາໃດທີ່ຄວນຕິດຕໍ່ຫາສະຖານທີ່ປິ່ນປົວເພື່ອຈັດສົ່ງຄົນເຈັບເຂົ້າຮັກສາໃຫ້ທັນເວລາ.

ຈຸດປະສົງຂອງການສ້າງຄູ່ມືແນະນຳສຳລັບຜູ້ປ່ວຍທີ່ບໍ່ມີອາການ ຫຼື ມີອາການເບົາບາງ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດກໍລະນີຍອດຜູ້ປ່ວຍເພີ່ມສູງຂຶ້ນຈົນໂຮງໝໍ ຫຼື ສະຖານທີ່ບໍລິການສາທາລະນະສຸກແຫ່ງຕ່າງໆບໍ່ສາມາດຮອງຮັບຜູ້ປ່ວຍໄດ້.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...