spot_img
Homeຂ່າວພາຍ​ໃນຮອງປະທານປະເທດເນັ້ນໃຫ້ເຈົ້າໜ້າທີ່ໄອຍະການແກ້ໄຂຄວາມບໍ່ໂປ່ງໃສພາຍໃນອົງກອນ

ຮອງປະທານປະເທດເນັ້ນໃຫ້ເຈົ້າໜ້າທີ່ໄອຍະການແກ້ໄຂຄວາມບໍ່ໂປ່ງໃສພາຍໃນອົງກອນ

Published on

ຮອງປະທານປະເທດແຫ່ງ ສປປ ລາວ ໄດ້ກ່າວເນັ້ນໃຫ້ອົງການໄອຍະການປະຊາຊົນສູງສຸດ ແກ້ໄຂຄວາມບໍ່ໂປ່ງໃສຂອງພະນັກງານການນໍາ ແລະ ພະນັກງານ-ສະມາຊິກພັກຈໍານວນໜຶ່ງຂອງອົງກອນ, ພ້ອມທັງແກ້ໄຂເລື່ອງແນວຄິດລໍາອຽງ ໃນການຄົ້ນຄວ້າ ແລະພິຈາລະນາຄະດີ ທີ່ຕິດພັນກັບຍາດພີ່ນ້ອງ ແລະຜົນປະໂຫຍດຂອງສ່ວນບຸກຄົນ.

ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ກ່າວໃນໂອກາດປິດກອງປະຊຸມໃຫຍ່ ສະມາຊິກພັກ ຂອງອົງຄະນະພັກ ອົງການໄອຍະການປະຊາຊົນສູງສຸດ ຄັ້ງທີ V ທີ່ຈັດຂຶ້ນໃນວັນທີ 9 ພະຈິກ 2021 ທີ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ສະຫາຍ ໄຊຊະນະ ໂຄດພູທອນ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ມີບາງຕອນທ່ານໄດ້ເນັ້ນໜັກບາງບັນຫາ ທີ່ອົງການໄອຍະການປະຊາຊົນສູງສຸດ ຕ້ອງສຸມໃສ່ແກ້ໄຂ ເປັນຕົ້ນ ແກ້ໄຂຈຸດອ່ອນຂໍ້ຄົງຄ້າງໃນໄລຍະຜ່ານມາໃຫ້ຂາດຕົວ; ເອົາໃຈໃສ່ ສຶກສາອົບຮົມການເມືອງ- ແນວຄິດ ໃຫ້ສະມາຊິກພັກ-ພະນັກງານ ຢ່າງເປັນປົກກະຕິ, ແກ້ໄຂຄວາມບໍ່ໂປ່ງໃສຂອງພະນັກງານການນໍາ ແລະພະນັກງານ-ສະມາຊິກພັກຈໍານວນໜຶ່ງ, ແກ້ໄຂເລື່ອງແນວຄິດລໍາອຽງ ໃນການຄົ້ນຄວ້າ ແລະພິຈາລະນາຄະດີ ທີ່ຕິດພັນກັບຍາດພີ່ນ້ອງ ແລະຜົນປະ ໂຫຍດຂອງສ່ວນບຸກຄົນ ແລະ ອື່ນໆ; ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມວິສາມັນ ຂອງສະພາແຫ່ງຊາດ ຊຸດທີ IX ກ່ຽວກັບ 2 ວາລະແຫ່ງຊາດ ຄື: ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດ ຖະກິດ-ການເງິນ ແລະການແກ້ໄຂບັນຫາຢາເສບຕິດ ເຂົ້າໃສ່ແຜນພັດທະນາວຽກງານໄອຍະການປະຊາຊົນ ໃນ 5 ປີຕໍ່ໜ້າ.

ທ່ານຮອງປະທານປະເທດຍັງໄດ້ເນັ້ນໃຫ້ອົງການໄອຍະການປະຊາຊົນສູງສຸດ ຍົກສູງຄວາມຮັບຜິດຊອບ ແລະຄວາມສາມາດໃນການແກ້ໄຂຄະດີຢາເສບຕິດ, ຄະດີອາຊະຍາກໍາ, ຄະດີສໍ້ລາດບັງຫຼວງ ແລະຄະດີອື່ນໆ ຮ່ວມກັບກະຊວງທີ່ກ່ຽວຂ້ອງ ເພື່ອຮັບປະກັນຕາມທິດຊີ້ນໍາທີ່ວ່າ “ເຂັ້ມງວດລົງໂທດຕໍ່ຜູ້ກະທໍາຜິດ ຕາມກົດໝາຍກໍານົດ”.

ຂໍ້ມູນຈາກ: Lao National Radio

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...