spot_img
Homeຂ່າວຕ່າງປະເທດຕໍ່ທໍ່ຜິດ! ເຮັດໃຫ້ຕ້ອງດື່ມນໍ້າໃຊ້ໃນຫ້ອງນໍ້າດົນເຖິງ 30 ປີ ຈຶ່ງຮູ້ຄວາມຈິງ

ຕໍ່ທໍ່ຜິດ! ເຮັດໃຫ້ຕ້ອງດື່ມນໍ້າໃຊ້ໃນຫ້ອງນໍ້າດົນເຖິງ 30 ປີ ຈຶ່ງຮູ້ຄວາມຈິງ

Published on

ຄວາມຈິງສຸດຊັອກ! ຫຼັງຈາກເຈົ້າໜ້າທີ່ ແລະຜູ້ປ່ວຍຢູ່ໂຮງໝໍແຫ່ງໜຶ່ງ ຂອງຍີ່ປຸນຮູ້ວ່າ: ນໍ້າທີ່ພວກເຂົາດື່ມກິນ ຫຼື ມ້ວນປາກນັ້ນ ມີການຕໍ່ທໍ່ຜິດພາດ ເພາະນໍ້າເຫຼົ່ານີ້ ຄວນຈະເປັນນໍ້າທີ່ໃຊ້ໃນຫ້ອງນໍ້າ ບໍ່ແມ່ນນໍ້າສຳລັບດື່ມ.

ເມື່ອວັນທີ 8 ພະຈິກ ທີ່ຜ່ານມາ Ladbible ໄດ້ມີລາຍງານ ໂດຍອີງຕາມເວັບໄຊ ຂ່າວໂນມິອຸຮິ ຊິມບຸນ ລະບຸວ່າ: ເມື່ອວັນທີ 20 ຕຸລາ ທີ່ຜ່ານມາ, ຜູ້ບໍລິຫານ ຂອງມະຫາວິທະຍາໄລໂອຊາກາ ໄດ້ອອກມາຢືນຢັນວ່າ: ທໍ່ນໍ້າບາງສ່ວນຖືກເຊື່ອມຕໍ່ຢ່າງບໍ່ຖືກຕ້ອງ ດ້ວຍການເອົາທໍ່ນໍ້າດື່ມມາເຊື່ອມຕໍ່ກັບຫ້ອງນໍ້າ ເຊິ່ງມີກັອກນໍ້າທີ່ໄດ້ຮັບຜົນກະທົບເຖິງ 120 ຈຸດ. ແທນທີ່ຈະວາງລະບົບນໍ້າສະອາດທີ່ຜ່ານການບຳບັດຕໍ່ເຂົ້າທໍ່ນໍ້າສຳລັບດື່ມ ແຕ່ຜູ້ຮັບເໝົາພັດສະຫຼັບຕໍ່ທໍ່ນໍ້າບາດານທີ່ມີການບຳບັດນໍ້າແລ້ວ ຕໍ່ເຂົ້າສຳລັບນໍ້າທີ່ໃຊ້ໃນຫ້ອງນໍ້າແທນ ຕັ້ງແຕ່ໂຮງໝໍໄດ້ເປີດບໍລິການທຳອິດ ເມື່ອ 28 ປີກ່ອນ.

ຜູ້ອຳນວຍການ ແລະ ຮອງປະຖານາທິບໍດີ ມະຫາວິທະຍາໄລໂອຊາກ້າ ໄດ້ອອກມາຂໍໂທດ ແລະ ກົ້ມຄຳນັບ ໃນເຫດການຄັ້ງນີ້.

ແຫຼ່ງຂ່າວ: Khaosod, Ladbible, 9gag

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...