spot_img
Homeຂ່າວຕ່າງປະເທດຍັງຢຸດຕິການຕັດໄມ້ທຳລາຍປ່າໄດ້ຍາກ ເຖິງແມ່ນວ່າຫຼາຍປະເທດເຫັນຄວາມສຳຄັນປ່າໄມ້

ຍັງຢຸດຕິການຕັດໄມ້ທຳລາຍປ່າໄດ້ຍາກ ເຖິງແມ່ນວ່າຫຼາຍປະເທດເຫັນຄວາມສຳຄັນປ່າໄມ້

Published on

ເວັບໄຊ BBC ລາຍງານ: ຜູ້ນຳຫຼາຍປະເທດທີ່ເຂົ້າຮ່ວມກອງປະຊຸມຂອງອົງການສະຫະປະຊາຊາດວ່າດ້ວຍການປ່ຽນແປງສະພາບອາກາດຄັ້ງທີ 26 (COP26) ທີ່ປະເທດສະກອດແລນ ພ້ອມໃຫ້ຄຳໝັ້ນສັນຍາວ່າຈະຢຸດຕິການຕັດໄມ້ທຳລາຍປ່າ ພ້ອມຕັ້ງໜ້າຟື້ນຟູປ່າໄມ້ໃຫ້ໄດ້ຕາມເປົ້າໝາຍໃນປີ 2030.

ຄຳໝັ້ນສັນຍາດັ່ງກ່າວຍັງເຮັດໃຫ້ຫຼາຍຄົນເຊື່ອໄດ້ຍາກ ອີງຕາມການລາຍງານຂອງອົງການ ສປຊ, ນັບແຕ່ປີ 1990 ເຖິງປັດຈຸບັນ ໂລກສູນເສຍພື້ນທີ່ປ່າໄມ້ເຖິງ 2,625 ລ້ານໄລ່ ເຊິ່ງສ່ວນໃຫຍ່ຖືກທຳລາຍຍ້ອນການບຸກເບີກພື້ນທີ່ປູກຝັງ ຂະນະທີ່ ສປຊ ກໍໄດ້ປະກາດຂໍ້ຕົກລົງວ່າດ້ວຍການຫຼຸດຜ່ອນການຕັດໄມ້ທຳລາຍປ່າໃນປີ 2014 ໂດຍສູ້ຊົນຫຼຸດຜ່ອນໃຫ້ໄດ້ເຄິ່ງໜຶ່ງໃນປີ 2020 ແລະຢຸດຕິການຕັດໄມ້ທຳລາຍປ່າແບບຖາວອນໃຫ້ໄດ້ໃນປີ 2030.

ຈາກນັ້ນ, ໃນປີ 2017 ອົງການ ສປຊ ກໍໄດ້ຕັ້ງເປົ້າເພີ່ມອີກ ໂດຍວາງຄາດໝາຍສູ້ຊົນໃນການປູກໄມ້ເພີ່ມພື້ນທີ່ປ່າໃຫ້ໄດ້ 3% ໃນທົ່ວໂລກພາຍໃນປີ 2030. ຢ່າງໃດກໍຕາມ, ຍັງມີການລາຍງານກ່ຽວກັບການຕັດໄມ້ທຳລາຍປ່າເກີດຂຶ້ນເປັນປະຈຳ ໂດຍສະເພາະການລັກລອບຕັດໄມ້ໃນພື້ນທີ່ປ່າອາເມຊອນ, ປະເທດບຣາຊິນ ຂະນະທີ່ ອິນໂດເນເຊຍກໍຈັດເປັນປະເທດ 1 ໃນ 5 ທີ່ສູນເສຍພື້ນທີ່ປ່າໄມ້ຫຼາຍທີ່ສຸດໃນໂລກ.

ໃນຊ່ວງ 10 ປີຜ່ານມາ ໂລກສູນເສຍພື້ນທີ່ປ່າໄມ້ປະມານ 29.3 ລ້ານໄລ່ໃນແຕ່ລະປີ ໂດຍແມ່ນບຣາຊິນ, ຄອງໂກ ແລະ ອິນໂດເນເຊຍໄດ້ຮັບຜົນກະທົບໜັກທີ່ສຸດ.

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...