spot_img
Homeຂ່າວຕ່າງປະເທດແວ່ຖ່າຍຮູບຢູ່ໜ້າຜາ ແລະ ເກີດໝື່ນລົ້ມຕົກລົງໜ້າຜາ

ແວ່ຖ່າຍຮູບຢູ່ໜ້າຜາ ແລະ ເກີດໝື່ນລົ້ມຕົກລົງໜ້າຜາ

Published on

ໃນວັນທີ 3 ພະຈິກ 2021 ທີ່ຜ່ານມາ ເວັບໄຊ້ຂ່າວຕ່າງປະເທດໄດ້ລາຍງານວ່າເກີດເຫດນັກທ່ອງທ່ຽວໄດ້ຕົກຈາກໜ້າຜາທີ່ມີຄວາມສູງ 30 ກວ່າແມັດເສຍຊີວິດ ໃນຂະນະທີ່ກໍາລັງຈັດທ່າຖ່າຍຮູບໃຫ້ຜູ້ເປັນຜົວຖ່າຍຮູບໃຫ້ຢູ່ບໍລິເວນຂອບຂອງໜ້າຜາ ໂດຍທາງຜູ້ເປັນຜົວບອກວ່າທຸກຢ່າງເກີດຂຶ້ນຢ່າງວ່ອງໄວກ່ອນທີ່ເມຍຈະຕົກໜ້າຜາ.

ເຊິ່ງເຫດການດັ່ງງກ່າວເກີດຂຶ້ນໃນຕອນເຊົ້າຂອງວັນທີ 2 ພະຈິກ 2021 ທີ່ຜ່ານມາ ໄດ້ມີຄູ່ຮັກຊາວເບລຢ້ຽມເດີນທາງຂຶ້ນໄປເທິງພູໃນປະເທດລຸກຊໍາບວກ ແລະ ໄດ້ແວ່ຖ່າຍຮູບກັບບໍລິເວນໜ້າຜາ ເຖິງຢ່າງໃດກໍຕາມຜູ້ເປັນເມຍໄດ້ບອກໃຫ້ຜົວຫັນໄປເບິ່ງໝາກ່ອນທີ່ຕົວເອງຈະໝື່ນ ແລະ ຕົກໜ້າຜາລົງໄປແມ່ນໍ້າທີ່ຢູ່ດ້ານລຸ່ມ.

ຫຼັງຈາກນັ້ນທີມເຈົ້າໜ້າທີ່ຕໍາຫຼວດ, ເຈົ້າໜ້າທີ່ດັບເພີງ ແລະ ນັກດໍານໍ້າໄດ້ມາທີ່ບ່ອນເກີດເຫດເພື່ອໃຫ້ຄວາມຊ່ວຍເຫຼືອ, ທາງດ້ານໜ່ວຍກູ້ໄພໄດ້ຊີ້ໃຫ້ເຫັນວ່າຈຸດທີ່ຜູ້ເສຍຊີວິດຕົກລົງໄປນັ້ນມີຄວາມສູງຢ່າງໜ້ອຍ 30 ແມັດ.

ແຫຼ່ງຂ່າວ: nypost

ບົດຄວາມຫຼ້າສຸດ

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...