Homeຂ່າວຕ່າງປະເທດອັງກິດເປັນປະເທດທຳອິດຂອງໂລກທີ່ອະນຸມັດໃຊ້ຢາຕ້ານໂຄວິດຊະນິດເມັດຂອງເມິກຄ໌

ອັງກິດເປັນປະເທດທຳອິດຂອງໂລກທີ່ອະນຸມັດໃຊ້ຢາຕ້ານໂຄວິດຊະນິດເມັດຂອງເມິກຄ໌

Published on

Daily Mail ລາຍງານ: ສະຫະຣາຊະອານາຈັກອັງກິດກາຍເປັນປະເທດທຳອິດຂອງໂລກ ທີ່ອະນຸມັດໃຊ້ຢາປົວພະຍາດໂຄວິດ-19 ຂອງບໍລິສັດເມິກຄ໌, ສະຫະລັດອາເມລິກາ ເນື່ອງຈາກຢາຊະນິດດັ່ງກ່າວສາມາດຊ່ວຍຫຼຸດຜ່ອນຄວາມສ່ຽງຂອງການເຈັບປ່ວຍຮຸນແຮງກັບຜູ້ຕິດເຊື້ອທີ່ມີພູມຄຸ້ມກັນຕໍ່າ ລວມທັງຜູ້ສູງອາຍຸໄດ້ 50%.

ທ່ານ ຊາຈິດ ຈາວິດ, ລັດຖະມົນຕີກະຊວງສາທາລະນະສຸກຂອງອັງກິດກ່າວວ່າ ລັດຖະບານໄດ້ສັ່ງຊື້ຢາ ໂມລນູພິຣາເວຍ ຈຳນວນ 480,000 ໂດສ ລວມລາຄາປະມານ 250 ລ້ານປອນ ທັງຢໍ້າຕື່ມວ່າ ການປິ່ນປົວພະຍາດໂຄວິດດ້ວຍຢາຕ້ານໄວຣັສດັ່ງກ່າວ ຖືເປັນ “ຕົວປ່ຽນ” ສຳລັບຜູ້ທີ່ມີສຸຂະພາບອ່ອນເພຍ ແລະພູມຄຸ້ມກັນຕໍ່າ ເຊິ່ງມີຄວາມສ່ຽງທີ່ຈະຕິດເຊື້ອໂຄວິດ ເຖິງແມ່ນຈະສັກວັກຊີນຄົບແລ້ວກໍຕາມ.

ຢາຕ້ານໄວຣັສ ໂມລນູພິຣາເວຍ (Molnupiravir) ໄດ້ຮັບການຜະລິດເພື່ອນຳໃຊ້ເປັນຢາຕ້ານພະຍາດໂຄວິດ-19 ຈາກບໍລິສັດເມິກຄ໌ ຂອງສະຫະລັດ ໄດ້ສະແດງໃຫ້ເຫັນຜ່ານການທົດລອງທາງຄລີນິກ ເພື່ອລົດຄວາມສ່ຽງໃນການປິ່ນປົວຜູ້ຕິດເຊື້ອໃນໂຮງໝໍໃນອັງກິດ ເຊິ່ງເຄິ່ງໜຶ່ງຂອງຈຳນວນຜູ້ປ່ວຍແມ່ນກຸ່ມຄົນທີ່ມີພະຍາດປະຈຳໂຕ ແລະ ຜູ້ສູງອາຍຸ.

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...