spot_img
Homeຂ່າວຕ່າງປະເທດຫວຽດ​ນາມ ຈະ​ເລີ່ມສ້າງ​ທາງ​ລົດ​ໄຟ​ໃໝ່ທັງໝົດ 9 ສາຍ ເລີ່ມປີ 2021 ຮອດ 2030 ນີ້

ຫວຽດ​ນາມ ຈະ​ເລີ່ມສ້າງ​ທາງ​ລົດ​ໄຟ​ໃໝ່ທັງໝົດ 9 ສາຍ ເລີ່ມປີ 2021 ຮອດ 2030 ນີ້

Published on

ວັນທີ 3 ພະຈິກ 2021 ສໍານັກຂ່າວ vietnamplus ລາຍງານວ່າ ທ່ານຮອງນາຍົກລັດຖະມົນຕີ ເລ​ວັນ​ແທ່ງ (Lê Văn Thành) ​ໄດ້​ລົງ​ນາມ​ໃນ​ການ​ອະ​ນຸ​ມັດ​ແຜນ​ຮ່າງ​ລະ​ບົບ​ທາງ​ລົດ​ໄຟ 2021-2030, ມຸ່ງ​ໄປ​ເຖິງ​ການ​ກໍ່​ສ້າງ​ທາງ​ລົດ​ໄຟ​ໃໝ່ທັງໝົດ 9 ສາຍ ດ້ວຍ​ຄວາມ​ຍາວ​ທັງ​ໝົດ 2.362 ກິ​ໂລ​ແມັດ ​ຮອດ​ປີ 2030.

ພາຍໃຕ້ການວາງແຜນດັ່ງກ່າວ ອຸດສາຫະກໍາລົດໄຟຈະປັບປຸງລະບົບລົດໄຟທີ່ມີຢູ່ແລ້ວ ເຊື່ອມຕໍ່ກັບເສັ້ນທາງການຂົນສົ່ງລະຫວ່າງປະເທດ, ກະກຽມທຶນຮອນ ແລະ ແຫຼ່ງທຶນເພື່ອເລີ່ມກໍ່ສ້າງເສັ້ນທາງໃໝ່ ໂດຍໃຫ້ຄວາມສໍາຄັນກັບເສັ້ນທາງຄວາມໄວສູງເໜືອ-ໃຕ້ ແລະເສັ້ນທາງທີ່ເຊື່ອມຕໍ່ກັບທ່າເຮືອປະຕູ ສະໜາມບິນສາກົນ ແລະ ທາງລົດໄຟຕົ້ນຕໍໃນຕົວເມືອງໃຫຍ່ ໂດຍສະເພາະ ຂະ​ແໜງ​ການ​ຈະ​ປັບປຸງ 7 ​ເສັ້ນທາງ​ທີ່​ມີ​ຢູ່​ແລ້ວ, ມີ​ຄວາມ​ຍາວ​ທັງ​ໝົດ 2.440 ກິ​ໂລ​ແມັດ. ໃນ​ບັນດາ​ເສັ້ນທາງ​ລົດ​ໄຟ​ໃໝ່ 9 ​ເສັ້ນ, ຈະ​ມີ​ຄວາມ​ໄວ​ສູງ 1.545 ກມ.

ຍອດ​ຈຳ​ນວນ​ທຶນ​ທັງ​ດ້ານ​ການ​ຍົກ​ລະ​ດັບ ແລະ ການ​ກໍ່​ສ້າງ​ທາງ​ລົດ​ໄຟ​ຈະ​ແມ່ນ​ປະ​ມານ 240 ຕື້​ດົ່ງ (10,5 ຕື້ USD).

ຮອດ​ປີ 2030, ປະລິມານ​ສິນ​ຄ້າ​ຈະ​ບັນລຸ 11,8 ລ້ານ​ໂຕນ, ກວມ​ປະມານ 0,27% ຂອງ​ສ່ວນ​ແບ່ງ​ຕະຫຼາດ ​ແລະ ຈຳນວນ​ຜູ້​ໂດຍສານ​ໃນ​ການ​ຂົນ​ສົ່ງ​ຈະ​ບັນລຸ 460 ລ້ານ​ຄົນ, ກວມ​ເອົາ​ສ່ວນ​ແບ່ງ​ຕະຫຼາດ​ປະມານ 4,40%

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...