spot_img
Homeຂ່າວຕ່າງປະເທດຄວາມຮັກຕ້ອງມີສອງຄົນເທົ່ານັ້ນ! ສາມີເປີດທາງໃຫ້ພັນລະຍາ ແລະແຟນເກົ່າ

ຄວາມຮັກຕ້ອງມີສອງຄົນເທົ່ານັ້ນ! ສາມີເປີດທາງໃຫ້ພັນລະຍາ ແລະແຟນເກົ່າ

Published on

ຊາຍອິນເດຍ ເຮັດໃຫ້ພີ່ນ້ອງ ແລະ ໝູ່ເພື່ອນຕົກຕະລືງ ຫຼັງຈາກທີ່ຍອມໃຫ້ພັນລະຍາທີ່ແຕ່ງງານກັນຢູ່ກິນມາ 5 ເດືອນ ໄປແຕ່ງງານກັບຄົນຮັກເກົ່າຂອງລາວ ພ້ອມຍັງຊ່ວຍຈັດພິທີໃຫ້.

ຊາຍຄົນນີ້ ມີຊື່ວ່າ ປັນຈັນ ຊາມາ ເປັນພະນັກງານບັນຊີຢູ່ບໍລິສັດເອກະຊົນ ໃນເມືອງ ຄຸຮຸຄາມ ລັດອຸຕະລະປະເທດ, ອິນເດຍ ເຊິ່ງລາວ ແລະ ໂກມານ (ພັນລະຍາ) ແຕ່ງດອງກັນເມື່ອເດືອນພຶດສະພາທີ່ຜ່ານມາ ໂດຍເປັນການແຕ່ງດອງແບບບັງຄັບ ແລ້ວແຕ່ຄອບຄົວ.

ທັງສອງຢູ່ນຳກັນມາ 5 ເດືອນ ໂດຍບໍ່ໄດ້ມີຄວາມສຳພັນເລິກເຊິ່ງຕໍ່ກັນ ແລະ ຜູ້ເປັນພັນລະຍາກໍບໍ່ຍອມເວົ້ານຳໃຜຢູ່ບ້ານເລີຍ.

ປັນຈັນ ກ່າວວ່າ: ພັນລະຍາ ບໍ່ຍອມມີຫຍັງກັບຂ້ອຍ ແລະ ບໍ່ເວົ້ານຳໃຜເລີຍ ຂ້ອຍເລີຍຄ່ອຍຖາມວ່າ ມີບັນຫາຫຍັງບໍ່ ລາວຈິ່ງຍອມຮັບວ່າ ລາວຢາກແຕ່ງງານກັບແຟນເກົ່າລາວ.

ຫຼັງຈາກຮູ້ແນວນັ້ນ ແທນທີ່ລາວຈະໃຈຮ້າຍ ແຕ່ຜູ້ເປັນສາມີກໍສະແດງຄວາມຍິນດີ ພ້ອມໄປບອກກັບຄອບຄົວ ແລະ ພີ່ນ້ອງ ແລະ ຕິດຕໍ່ໄປຍັງສຳນັກງານທີ່ກ່ຽວຂ້ອງໃຫ້ມາຊ່ວຍໄກ່ເກຍເລື່ອງນີ້.

ສື່ທ້ອງຖິ່ນລາຍງານວ່າ: ປັນຈັນ ຍອມໃຫ້ພັນລະຍາໄປແຕ່ງງານກັບຄົນຮັກເກົ່າ ແຖມຍັງຊ່ວຍທັງສອງວ່າງແຜນຈັດງານແຕ່ງດອງ.

ແຫຼ່ງຂ່າວ: odditycentral

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...