spot_img
Homeຂ່າວຕ່າງປະເທດທະລຸ 5 ລ້ານຄົນແລ້ວ!! ສໍາລັບຈໍານວນຜູ້ເສຍຊີວິດຈາກການຕິດເຊື້ອພະຍາດໂຄວິດ-19

ທະລຸ 5 ລ້ານຄົນແລ້ວ!! ສໍາລັບຈໍານວນຜູ້ເສຍຊີວິດຈາກການຕິດເຊື້ອພະຍາດໂຄວິດ-19

Published on

ໃນວັນທີ 1 ພະຈິກ 2021 ທີ່ຜ່ານມາ ເວັບໄຊ້ຂ່າວຕ່າງປະເທດໄດ້ລາຍງານເຖິງຈໍານວນຜູ້ເສຍຊີວິດຈາກການຕິດເຊື້ອພະຍາດໂຄວິດ-19 ໃນທົ່ວໂລກຕອນນີ້ແມ່ນສູງເຖິງ 5 ລ້ານຄົນແລ້ວ ພາຍໃນໄລຍະເວລາສອງປີທີ່ເລີ່ມມີການລະບາດ

ແລະ ວັກຊີນທີ່ຜະລິດຂຶ້ນມາແມ່ນສາມາດຊ່ວຍໃຫ້ຕົວເລກຂອງຜູ້ເສຍຊີວິດຫຼຸດລົງໄດ້ຢ່າງຊັດເຈນ ແຕ່ເຖິງຢ່າງໃດກໍຕາມ ປັດຈຸບັນມີຜູ້ເສຍຊີວິດຈາກການຕິດເຊື້ອໂຄວິດ-19 ຫຼາຍພັນຄົນຕໍ່ມື້ ແລະ ຍັງມີຄົນອີກຫຼາຍກວ່າພັນລ້ານຄົນທີ່ຍັງບໍ່ທັນໄດ້ຮັບການສັກວັກຊີນ ເຊິ່ງມີທັງຜູ້ທີ່ບໍ່ສາມາດເຂົ້າເຖິງວັກຊີນໄດ້ ແລະ ຜູ້ທີ່ປະຕິເສດບໍ່ຮັບການສັກວັກຊີນ ເຮັດໃຫ້ພວກເຂົາມີຄວາມສ່ຽງໃນການເສຍຊີວິດສູງຖ້າຫາກເກີດມີການຕິດເຊື້ອ.

ສໍາລັບອັດຕາສ່ວນຂອງຜູ້ເສຍຊີວິດຈາກພະຍາດໂຄວິດ-19 ສາມາດແບ່ງອອກເປັນ 5 ອັນດັບທໍາອິດ ໂດຍແຍກຕາມປະເທດມີຄື:

  1. ສະຫະລັດອາເມລິກາ 14%
  2. ລັດເຊຍ 10%
  3. ອິນໂດເນເຊຍ 8%
  4. ບຣາຊິວ 8%
  5. ເມັກຊິໂກ 5%

ສ່ວນປະເທດອື່ນໆມີອັດຕາສ່ວນລວມກັນຢູ່ທີ່ 55% ແລະ ຕອນນີ້ຫຼາຍປະເທດກໍເລີ່ມມີການເປີດການເດີນທາງເຂົ້າປະເທດຫຼາຍຂຶ້ນ ເຊິ່ງເປັນຄວາມທ້າທາຍອີກຢ່າງໜຶ່ງທີ່ຈະເປັນໂຕທົດສອບວ່າພູມຄຸ້ມກັນຫຼັງຈາກທີ່ສັກວັກຊີນຈະສົ່ງຜົນເຮັດໃຫ້ມີການຕິດເຊື້ອແລ້ວເສຍຊີວິດເພີ່ມຂຶ້ນຫຼືບໍ່.

ແຫຼ່ງຂ່າວ: WorkpointTODAY

ບົດຄວາມຫຼ້າສຸດ

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...