spot_img
Homeຂ່າວຕ່າງປະເທດກຳປູເຈຍເປີດ "ວິຖີຊີວິດໃໝ່" ຫຼັງບັນລຸເປົ້າໝາຍສັກວັກຊີນປ້ອງກັນໂຄວິດ-19

ກຳປູເຈຍເປີດ “ວິຖີຊີວິດໃໝ່” ຫຼັງບັນລຸເປົ້າໝາຍສັກວັກຊີນປ້ອງກັນໂຄວິດ-19

Published on

ພະນົມເປັນ (ຣອຍເຕີ) ລາຍງານ: ນາຍົກລັດຖະມົນຕີກຳປູເຈຍ, ທ່ານ ຮຸນເຊນ ໄດ້ປະກາດໃນວັນທີ 1 ພະຈິກ ຜ່ານມາວ່າ ລັດຖະບານກຽມພ້ອມເປີດປະເທດອີກຄັ້ງໃນຕົ້ນເດືອນນີ້ ແລະພ້ອມສຳລັບວິຖີຊີວິດໃໝ່ ໂດຍບັນລຸເປົ້າໝາຍການສັກວັກຊີນປ້ອງກັນໂຄວິດ-19 ທັງໄດ້ຮັບການບັນທຶກອັດຕາການສີດວັກຊີນສູງສຸດແຫ່ງໜຶ່ງຂອງອາຊີ.

ປັດຈຸບັນເກືອບ 86% ໃນຈຳນວນປະຊາກອນທັງໝົດ 16 ລ້ານກວ່າຄົນຂອງກຳປູເຈຍໄດ້ຮັບການສັກວັກຊີນ, ຂະນະທີ່ 2 ລ້ານຄົນໄດ້ຮັບວັກຊີນກະຕຸ້ນ ແລະເດັກນັກຮຽນອາຍຸ 5 ປີ ກໍໄດ້ຮັບການສີດວັກຊີນແລ້ວ 3 ແສນຄົນ ເຊິ່ງມີອັດຕາສ່ວນໃກ້ຄຽງກັບສິງກະໂປ. ພ້ອມກັນນັ້ນ, ລັດຖະບານກໍມີວັກຊີນປ້ອງກັນໂຄວິດຈຳນວນ 10 ລ້ານໂດສໂດຍຈະໃຊ້ສັກກະຕຸ້ນເຂັມທີສາມ ພ້ອມກຳລັງສັ່ງຊື້ເພີ່ມອີກຈຳນວນໜຶ່ງ.

ທ່ານ ຮຸນເຊນ ກ່າວວ່າ: ກຳປູເຈຍຈະບໍ່ໄດ້ລີ້ຢູ່ໃນຖໍ້າອີກຕໍ່ໄປ ເຊິ່ງນັບຈາກນີ້ເປັນຕົ້ນໄປ ຈະມີການເປີດປະເທດຢ່າງເຕັມຮູບແບບໃນທຸກພື້ນທີ່ ແລະການໃຊ້ຊີວິດຮ່ວມກັບໂຄວິດ-19 ໃນວິຖີຮູບແບບໃໝ່.

 

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...