spot_img
Homeຂ່າວຕ່າງປະເທດເຈົ້າໜ້າທີ່ກຳປູເຈຍຢຶດຢາເສບຕິດຫຼາຍຮ້ອຍກິໂລທີ່ຂົນສົ່ງຈາກລາວ

ເຈົ້າໜ້າທີ່ກຳປູເຈຍຢຶດຢາເສບຕິດຫຼາຍຮ້ອຍກິໂລທີ່ຂົນສົ່ງຈາກລາວ

Published on

ເວັບໄຊ Khmer Times ລາຍງານ: ໃນທ້າຍອາທິດຜ່ານມາ ເຈົ້າໜ້າທີ່ຕຳຫຼວດແຂວງເກາະກົງ, ກຳປູເຈຍ ໄດ້ຢຶດຢາເສບຕິດປະເພດເຮໂຣອິນ, ນໍ້າໜັກກວ່າ 200 ກິໂລກຼາມ ເຊິ່ງຂົນສົ່ງທາງນໍ້າຈາກປະເທດຕົ້ນທາງເຊັ່ນ: ລາວ ເພື່ອສົ່ງຜ່ານໄປຍັງປະເທດໄທ.

ເຈົ້າໜ້າທີ່ຕຳຫຼວດກຳປູເຈຍກ່າວວ່າ ຈຳນວນຢາເສບຕິດດັ່ງກ່າວຖືກຢຶດໄດ້ໃນເມືອງ ສະຣະ ອຳເບລ, ແຂວງເກາະກົງ ໂດຍມີການຂົນສົ່ງດ້ວຍເຮືອບັນທຸກສິນຄ້າ ຂະນະທີ່ການສືບສວນ-ສອບສວນໄດ້ດຳເນີນເປັນເວລາສາມວັນ ພ້ອມເປີດເຜີຍວ່າ ຢາເສບຕິດຈຳນວນດັ່ງກ່າວແມ່ນຂົນສົ່ງມາຈາກ ສປປ ລາວ ໂດຍມີປາຍທາງສົ່ງໄປປະເທດໄທ.

ເຈົ້າໜ້າທີ່ສາມາດຈັບກຸມຜູ້ຕ້ອງສົງໄສທັງໝົດ 6 ຄົນ ໃນນັ້ນມີຫົວໜ້າແກ໊ງສອງຄົນທີ່ເປັນຄົນໄທ, ທັງໝົດຖືກຕັ້ງຂໍ້ຫາຄ້າຢາເສບຕິດໃນສານແຂວງເກາະກົງ ພ້ອມຖືກຕັດສິນຈຳຄຸກເລີ່ມແຕ່ 20-30 ປີ ແລະປັບໄໝເລີ່ມແຕ່ 9,800 ໂດລາ ເຖິງ 24,000 ໂດລາສະຫະລັດ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...