Homeຂ່າວຕ່າງປະເທດແມ່ຍິງຕັດເຊືອກຊ່າງທາສີຄອນໂດສູງຫຼາຍສິບຊັ້ນຢູ່ໄທເຂົ້າມອບຕົວແລ້ວ

ແມ່ຍິງຕັດເຊືອກຊ່າງທາສີຄອນໂດສູງຫຼາຍສິບຊັ້ນຢູ່ໄທເຂົ້າມອບຕົວແລ້ວ

Published on

ເວັບໄຊ NY1 ລາຍງານ: ຍິງໄວ 39 ປີຜູ້ຕ້ອງຫາພະຍາຍາມຂ້າຊ່າງທາສີຄອນໂດຊາວມຽນມາ ດ້ວຍການຕັດເຊືອກຄ້ອງທີ່ກຳລັງຫ້ອຍຕົວຢູ່ຊັ້ນທີ 32 ຂອງອາຄານ, ໄດ້ເຂົ້າມອບຕົວກັບເຈົ້າໜ້າທີ່ໃນວັນ 27 ຕຸລາ ອ້າງໃຈຮ້າຍທີ່ບໍ່ມີການບອກກ່າວລ່ວງໜ້າ ພ້ອມຍອມຮັບວ່າເປັນຄົນຕັດເຊືອກແທ້ ແຕ່ບໍ່ໄດ້ເຈຕະນາຄາຕະກຳ.

ເຫດການລະທຶກຂວັນເກີດຂຶ້ນໃນວັນທີ 12 ຕຸລາຜ່ານມາ ທີ່ຄອນໂດມີນຽມແຫ່ງໜຶ່ງໃນກຸງເທບ, ປະເທດໄທ ເບື້ອງຕົ້ນຜູ້ຕ້ອງຫາປະຕິເສດຂໍ້ກ່າວຫາທຸກຢ່າງ ສຸດທ້າຍກໍຈຳຕ້ອງຍອມຈຳນົນເນື່ອງຈາກເຈົ້າໜ້າທີ່ຕຳຫຼວດມີຂໍ້ມູນຫຼັກຖານໜາແໜ້ນເພື່ອມັດຕົວຜູ້ກ່ຽວຈົນຍອມສາລະພາບຄວາມຈິງ ແຕ່ກໍຍັງຢືນຢັນຄຳເກົ່າ “ບໍ່ໄດ້ເຈຕະນາຂ້າ”.

ເຈົ້າໜ້າທີ່ກ່າວວ່າ: ຜູ້ຕ້ອງສົງໄສລາຍນີ້ໄດ້ຮັບການປ່ອຍຕົວຊົ່ວຄາວ ຂະນະທີ່ຕຳຫຼວດຈະຍື່ນຟ້ອງຕໍ່ສານຂັ້ນແຂວງພາຍໃນ 15 ວັນ ແລະຜູ້ຕ້ອງສົງໄສລາຍນີ້ອາດຈະຖືກຕັດສິນຈຳຄຸກສູງສຸດ 20 ປີ ຫາກສານພິຈາລະນາວ່າມີຄວາມຜິດຖານພະຍາຍາມຄາຕະກຳບຸກຄົນອື່ນ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...