Homeຂ່າວຕ່າງປະເທດປະທານາທິບໍດີສະຫະລັດ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນໃນຮອບ 4 ປີ

ປະທານາທິບໍດີສະຫະລັດ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນໃນຮອບ 4 ປີ

Published on

ແຫຼ່ງຂ່າວ Reuters ລາຍງານ: ທ່ານ ໂຈ ໄບເດນ, ປະທານາທິບໍດີສະຫະລັດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນເຊິ່ງຈັດຂຶ້ນແບບອອນລາຍຢ່າງເປັນທາງການໃນມື້ນີ້ ຖືເປັນຄັ້ງທຳອິດໃນຮອບ 4 ປີ ທີ່ວໍຊິງຕັນຈະມີສ່ວນຮ່ວມໃນອາຊຽນ.

ສະຖານເອກອັກຄະລັດຖະທູດສະຫະລັດປະຈຳບຣູໄນ ເປີດເຜີຍວ່າ ປະທານາທິບໍດີ ໄບເດນ ຈະນຳທີມຄະນະຜູ້ແທນຈາກສະຫະລັດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນທີ່ຈັດຂຶ້ນໃນອາທິດນີ້ ຂະນະທີ່ຜູ້ນຳສະຫະລັດເຄີຍເຂົ້າຮ່ວມກອງປະຊຸມສຸດຍອດດັ່ງກ່າວຄັ້ງສຸດທ້າຍເມື່ອປີ 2017 ເຊິ່ງອະດີດປະທານາທິບໍດີ ໂດນັລ ທຣັມ ໄດ້ເດີນທາງໄປຮ່ວມກອງປະຊຸມສຸດຍອດອາຊຽນ ທີ່ຈັດຂຶ້ນຢູ່ນະຄອນຫຼວງມະນີລາ, ປະເທດຟີລິບປິນ.

ແນວໃດກໍຕາມ, ລາຍງານດັ່ງກ່າວບໍ່ໄດ້ເວົ້າເຖິງຈຸດປະສົງໃດໆຂອງປະທານາທິບໍດີສະຫະລັດຄົນປັດຈຸບັນ ກ່ຽວກັບການຄືນສູ່ໂຕະເຈລະຈາຮ່ວມມືໃນລະດັບພາກພື້ນອາຊຽນ.

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...