spot_img
Homeຂ່າວຕ່າງປະເທດກອງທັບຊູດານເຮັດລັດຖະປະຫານ, ຍຸບລັດຖະບານ-ຈັບກຸມນາຍົກລັດຖະມົນຕີ

ກອງທັບຊູດານເຮັດລັດຖະປະຫານ, ຍຸບລັດຖະບານ-ຈັບກຸມນາຍົກລັດຖະມົນຕີ

Published on

ກອງທັບຊູດານເຮັດລັດຖະປະຫານ, ຍຸບລັດຖະບານ, ແລະຈັບກຸມນາຍົກລັດຖະມົນຕີພ້ອມການນຳລະດັບສູງຫຼາຍຄົນ ຂະນະທີ່ປະຊາຊົນຈຳນວນຫຼາຍຄັດຄ້ານພ້ອມພາກັນອອກມາປະທ້ວງຕໍ່ຕ້ານການຢຶດອຳນາດຂອງກອງທັບໃນຄັ້ງນີ້.

ເຫດການກໍ່ລັດຖະປະຫານຂອງກອງທັບຊູດານເລີ່ມຂຶ້ນໃນວັນທີ 25 ຕຸລາ 2021 ຜ່ານມາ ເຊິ່ງທາງກອງທັບໄດ້ອອກຄຳສັ່ງຍຸບລັດຖະສະພາພາຍຫຼັງຈັບກຸມນາຍົກລັດຖະມົນຕີ ເຮັດໃຫ້ປະຊາຊົນລາຍພັນຄົນອອກມາລວມຕົວກັນປະທ້ວງໃນເມືອງຄາທູມ ແລະອອມເດິມານ ຂະນະທີ່ທາງກອງທັບກໍໄດ້ໃຊ້ແກ໊ສນໍ້າຕາເພື່ອສະຫຼາຍການຊຸມນຸມ ເຊິ່ງມີຜູ້ໄດ້ຮັບບາດເຈັບຫຼາຍສິບຄົນຈາກເຫດການປະທະຄັ້ງນີ້.

ພົນເອກ ອັບເດລ-ຟັດຕໍ ເບີຮານ ຜູ້ນຳກອງທັບຊູດານປະກາດຜ່ານສະຖານີໂທລະພາບແຫ່ງຊາດຊູດານ ເລື່ອງການຍຸບລັດຖະສະພາ ພ້ອມອ້າງເຖິງເຫດຜົນຂອງການກໍ່ລັດຖະປະຫານວ່າ ຍ້ອນຄວາມຂັດແຍ່ງຂອງກຸ່ມນັກການເມືອງທີ່ບໍ່ລົງລອຍກັນ ຈິ່ງເຮັດໃຫ້ກອງທັບຊູດານຕັດສິນໃຈເຂົ້າແຊກແຊງ ພ້ອມກຽມຈັດຕັ້ງລັດຖະບານໂດຍກຸ່ມນັກວິຊາການເພື່ອນຳພາປະເທດໄປສູ່ການເລືອກຕັ້ງໃໝ່ ເຊິ່ງຈະມີຂຶ້ນໃນເດືອນກໍລະກົດ 2023 ພ້ອມຢືນຢັນຊັດເຈນວ່າ ທາງກອງທັບຈະຍັງຄົງເປັນຜູ້ຄອງອຳນາດຕໍ່ໄປ.

ຂໍ້ມູນຈາກ: ໄທຣັດອອນໄລນ໌

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...