spot_img
Homeຂ່າວທ້ອງຖິ່ນຍ້ອນຜິດຖຽງກັນ ຈົນກະທົບຈິດໃຈ ຈຶ່ງລົງມືໃຊ້ປືນດັດແປງຍິງໝູ່

ຍ້ອນຜິດຖຽງກັນ ຈົນກະທົບຈິດໃຈ ຈຶ່ງລົງມືໃຊ້ປືນດັດແປງຍິງໝູ່

Published on

ຕາມການລາຍງານຂອງປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ທ້າວ ສີວອນ ລີ ອາຍຸ 27 ປີ ກໍາມະກອນ ຢູ່ບ້ານໂພນໄຊ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຖືກເຈົ້າໜ້າທີ່ ປກສ ກຸ່ມເວີນຄໍາ ກັກຕົວ ເມື່ອວັນທີ 17 ຕຸລາ 2021, ຂໍ້ຫາ ຄາດຕະກໍາ ໃນຂັ້ນພະຍາຍາມນໍາໃຊ້ປືນດັດແປງ ຍິງໃສ່ຫູກ້ຳຊ້າຍດ້ານລຸ່ມ ເຮັດໃຫ້ ທ້າວ ຕູລີ ລໍ ໄດ້ຮັບບາດເຈັບສົມຄວນ. ພາຍຫຼັງເກີດເຫດ ປກສ ກຸ່ມເວີນຄໍາ ໄດ້ກັກຕົວ ແລ້ວນຳ ກອງບັນຊາການ ປກສ ເມືອງໄຊທານີ ດໍາເນີນຄະດີ.

ຜ່ານການສອບສວນ ຂອງເຈົ້າໜ້າທີ່ ຜູ້ກ່ຽວໃຫ້ການສາລະພາບວ່າ: ໃນວັນທີ 15 ຕຸລາ 2021 ທ້າວ ຕູລີ ລໍ ໄດ້ເຂົ້າໄປຫຼີ້ນແຄ້ມ ຈຸດເຮັດວຽກກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ເຂດບ້ານ ໂຊກນ້ອຍ ເມືອງໄຊເສດຖາ ນວ, ເກີດມີປາກສຽງກັນ ເຮັດໃຫ້ຕົນບໍ່ພໍໃຈ ຕົກມາຮອດວັນທີ 16 ຕຸລາ ຈິ່ງໄດ້ກັບບ້ານໄປເອົາປືນດັດແປງທີ່ປະດິດຂຶ້ນມາເອງ ແລ້ວໄປເຮືອນຂອງ ທ້າວ ຕູລີ ລໍ ເມື່ອໄປຮອດເຫັນ ຜູ້ກ່ຽວກໍາລັງເອົາຫຍ້າໃຫ້ງົວກິນ ຕົນກໍໃຊ້ປືນຍິງໃສ່ຫູກ້ຳຊ້າຍດ້ານລຸ່ມ 1 ນັດ ເຮັດໃຫ້ໄດ້ຮັບບາດເຈັບສາຫັດ ຈາກນັ້ນ ຕົນຈິ່ງເອົາຕົວຫຼົບໜີ ຮອດວັນທີ 17 ຕຸລາ ກໍຖືກເຈົ້າໜ້າທີ່ກັກຕົວ.

ປັດຈຸບັນ, ກອງບັນຊາການ ປກສ ເມືອງໄຊທານີ ນໍາຕົວທ້າວ ສີວອນ ໄປກັກກັນ ຕາມມາດຕະການຄວບຄຸມ ການແຜ່ລະບາດຂອງພະຍາດໂຄວິດ-19 ພາຍຫຼັງຄົບ 14 ວັນຖ້າບໍ່ພົບເຊື້ອພະຍາດ ຈິ່ງຈະນໍາຕົວມາດໍາເນີນຄະດີຕາມກົດໝາຍ.

ຂໍ້ມູນ: ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ

ບົດຄວາມຫຼ້າສຸດ

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...