spot_img
Homeຂ່າວຕ່າງປະເທດFacebook ວາງແຜນປ່ຽນພາບລັກບໍລິສັດດ້ວຍການຕັ້ງຊື່ໃໝ່

Facebook ວາງແຜນປ່ຽນພາບລັກບໍລິສັດດ້ວຍການຕັ້ງຊື່ໃໝ່

Published on

ແຫຼ່ງຂ່າວ The Verge ລາຍງານ: ສື່ສັງຄົມອອນໄລນ໌ຊັ້ນນຳເຊິ່ງເປັນທີ່ຮູ້ຈັກກັນດີໃນນາມ ເຟສບຸກຄ໌ (Facebook) ກຳລັງວາງແຜນປ່ຽນແປງພາບລັກຂອງຕົນດ້ວຍການຕັ້ງຊື່ກຸ່ມບໍລິສັດໃໝ່ ພາຍຫຼັງຖືກສອບສວນ ແລະວິພາກວິຈານຈາກພາກລັດຢ່າງຕໍ່ເນື່ອງ ໂດຍຈະມຸ່ງສູ່ການເປັນບໍລິສັດເມຕາເວີສ (Metaverse).

ການປ່ຽນແປງດັ່ງກ່າວຄາດວ່າຈະມີການປະກາດຢ່າງເປັນທາງການພາຍໃນອາທິດນີ້ ເຊິ່ງ ມາກ ຊັກເກີເບີກ ຜູ້ກໍ່ຕັ້ງເຟສບຸກຄ໌ ອາດຈະເປີດເຜີຍໃນກອງປະຊຸມປະຈຳປີຂອງບໍລິສັດ ໃນວັນທີ 28 ຕຸລາທີ່ຈະມາເຖິງ ເຊິ່ງການປ່ຽນແປງໂສມໜ້າໃໝ່ຂອງເຟສບຸກຄ໌ ຍັງສາມາດເຮັດໜ້າທີ່ແຍກໜ້າວຽກແຫ່ງອະນາຄົດທີ່ ມາກ ຊັກເກີເບີກ ໄດ້ມຸ່ງເນັ້ນໃສ່ການກວດສອບຢ່າງລະອຽດກ່ຽວກັບວິທີການເຮັດວຽກຂອງແພລດຟອມໂຊຊຽວມີເດຍໃນປັດຈຸບັນ.

ປັດຈຸບັນ ເຟສບຸກຄ໌ມີພະນັກງານ 10 ພັນກວ່າຄົນ ເຊິ່ງກຳລັງມຸ່ງພັດທະນາອຸປະກອນ AR ເພື່ອນຳພາບໍລິສັດກ້າວສູ່ຄວາມເປັນຈິງໃນໂລກເມຕາເວີສ ແລະຕ້ອງການເຮັດໃຫ້ອຸປະກອນ AR ລວມເຖິງ VR ເປັນອຸປະກອນທີ່ມີການໃຊ້ງານຢ່າງເປັນວົງກວ້າງ. ຢ່າງໃດກໍຕາມ, ມີຄວາມເປັນໄດ້ວ່າບັນດາບໍລິສັດທີ່ຢູ່ພາຍໃຕ້ການດູແລຂອງເຟສບຸກຄ໌ ເຊັ່ນ ອິນສຕາແກຣມ, ວອດແອັບ, ເມສເຊນເຈີ ແລະອຸປະກອນ VR ເຊັ່ນ Oculus ກໍຈະລວມຢູ່ໃນການປ່ຽນແປງຄັ້ງນີ້ນຳອີກ.

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...