Homeຂ່າວຕ່າງປະເທດນາຊາ ຖະແຫລງເດີນໜ້າ ສົ່ງສະບຽງໄປອາວະກາດຕໍ່ ຫລັງຈະຫລວດລະເບີດ

ນາຊາ ຖະແຫລງເດີນໜ້າ ສົ່ງສະບຽງໄປອາວະກາດຕໍ່ ຫລັງຈະຫລວດລະເບີດ

Published on

575536-01

 

ນາຊາຖະແຫລງເດີນໜ້າສົ່ງສະບຽງໄປສະຖານີອາວະກາດຕໍ່ ຫລັງຮຽນຮູ້ຂໍ້ບົກຜ່ອງຈາກປະຕິບັດການລົ້ມເຫລວ

ຈົນເກີດເຫດຈະຫລວດສົ່ງສະບຽງລະເບີດ.

 

ສຳນັກຂ່າວຕ່າງປະເທດ ລາຍງານວ່າ ຖະແຫລງການຈາກ ທ່ານ ວິນລຽມ ເຢີສະເຕນແມ ຜູ້ບໍລິຫານ ແລະ ອຳນວຍ

ການປະຕິບັດການສຳຫລວດຂອງນາຊາ ເຖິງເຫດການລະເບີດຂອງຍານສົ່ງສະບຽງອາຫານ ແລະ ອຸປະກອນທີ່ຈຳ

ເປັນໄປຍັງສະຖານີອາວະກາດໃນຄັ້ງທຳອິດ ທີ່ປ່ອຍໂຕອອກຈາກຖານ ເຊິ່ງເຫດເກີດຂຶ້ນເມື່ອເວລາ 18:22 ໂມງ

ຕາມເວລາໃນທ້ອງຖິ່ນຂອງສະຫະລັດ ໃນວັນທີ 28 ຕຸລາ ທີ່ຜ່ານມາ.

 

ໂດຍຂໍ້ຄວາມຖະແຫລງໄດ້ລະບຸວ່າ ອົງການນາຊາ ຜິດຫວັງຕໍ່ປະຕິບັດການທີ່ບໍ່ສະສົບຜົນສຳເລັດໃນຄັ້ງດັ່ງກ່າວນີ້

ແຕ່ກໍຍັງຄົງເດີນໜ້າພາລະກິດຂົນສົ່ງສະບຽງອາຫານ ແລະ ສິ່ງຂອງທີ່ຈຳເປັນ ໄປຍັງສະຖານີອາວະກາດຕໍ່ໄປ ຫລັງ

ຈາກປັນຫາຄວາມລົ້ມເຫລວໃນຄັ້ງທີ່ຜ່ານມາ.  ທັງນີ້ ຄວາມຜິດພາດທີ່ເກີດຂຶ້ນ ຈະບໍ່ມີຜົນກະທົບຕໍ່ນັກບິນອາວະ

ກາດທີ່ກຳລັງປະຕິບັດໜ້າທີ່ຢູ່ສະຖານີອາວະກາດແຕ່ຢ່າງໃດ.

 

ຢ່າງໃດກໍຕາມ ການຂົນສົ່ງສິ່ງຂອງໄປຍັງສະຖານີອາວະກາດ ຫາກໍເປັນພາລະກິດທຳອິດສຳລັບປີນີ້ ແລະ ພວກເຂົາ

ຕ່າງກໍຕ້ອງການໃຫ້ປະຕິບັດການລຸລ່ວງໄປດ້ວຍດີ ແລະ ຍັງລະບຸອີກດ້ວຍວ່າ ຄວາມລົ້ມເຫລວໃນຄັ້ງນີ້ ບໍ່ໄດ້ເປັນ

ອຸປະສັກຕໍ່ການພັດທະນາຂີດຄວາມສາມາດຂອງນາຊາ ທີ່ຈະສົ່ງຍານໄປຍັງສະຖານີອາວະກີດອີກດ້ວຍ.

 

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...