Homeຂ່າວຕ່າງປະເທດອັງກິດຍັງໃຊ້ຊີວິດປົກກະຕິເຖິງແມ່ນຍອດຜູ້ຕິດເຊື້ອໂຄວິດລາຍວັນຫຼາຍສິບພັນຄົນ

ອັງກິດຍັງໃຊ້ຊີວິດປົກກະຕິເຖິງແມ່ນຍອດຜູ້ຕິດເຊື້ອໂຄວິດລາຍວັນຫຼາຍສິບພັນຄົນ

Published on

ສຳນັກຂ່າວຕ່າງປະເທດລາຍງານວ່າ ຍອດຜູ້ຕິດເຊື້ອໂຄວິດ-19 ໃນສະຫະຣາຊະອານາຈັກອັງກິດຍັງຈັດຢູ່ໃນໂຕເລກທີ່ໜ້າເປັນຫ່ວງ ເຊິ່ງວັນຈັນຜ່ານມາ ມີລາຍງານຍອດຜູ້ຕິດເຊື້ອສູງເຖິງ 49.156 ຄົນ, ແລະ 43.738 ຄົນໃນມື້ວານນີ້ ແຕ່ລັດຖະບານຊໍ້າພັດຍົກເລີກມາດຕະການຄວບຄຸມພະຍາດໂຄວິດທັງໝົດ ທັງປ່ອຍໃຫ້ພົນລະເມືອງພາຍໃນປະເທດກັບມາໃຊ້ຊີວິດປົກກະຕິ.

ລັດຖະບານອັງກິດໄດ້ຍົກເລີກມາດຕະການຄວບຄຸມພະຍາດໂຄວິດ-19 ໂດຍສະເພາະກໍແມ່ນ ການຍົກເລີກໃສ່ຜ້າປິດປາກ-ດັງໃນສະຖານທີ່ຮົ່ມ ແລະການຮັກສາໄລຍະຫ່າງທາງສັງຄົມ ເຊິ່ງຜູ້ຄົນໄດ້ກັບມາໃຊ້ຊີວິດປົກກະຕິ ເຖິງແມ່ນຈຳນວນຜູ້ຕິດເຊື້ອຍັງຄົງເພີ່ມຫຼາຍສິບພັນຄົນໃນແຕ່ລະວັນ ທັງກາຍເປັນປະເທດທີ່ມີອັດຕາການຕິດເຊື້ອສູງທີ່ສຸດໃນເອີຣົບ ຈົນນັກວິທະຍາສາດຫຼາຍຄົນອອກມາຮຽກຮ້ອງໃຫ້ລັດຖະບານຫັນມານໍາໃຊ້ແຜນ B ເພື່ອຈະກັບມາໃຊ້ມາດຕະການປ້ອງກັນໂຄວິດ-19 ຄືນໃໝ່ ແຕ່ກໍບໍ່ສາມາດປ່ຽນແປງແນວຄິດຂອງລັດຖະບານປະເທດດັ່ງກ່າວໄດ້.

ຢ່າງໃດກໍຕາມ, ລັດຖະບານອາດມີແຜນຈະກັບມານຳໃຊ້ແຜນ B ໃນຊ່ວງລະດູໜາວທີ່ກຳລັງຈະມາເຖິງ ໂດຍຈະມີການອອກກົດລະບຽບບັງຄັບໃຊ້ຜ້າປິດປາກ-ດັງ, ລວມທັງໃຊ້ບັດຜ່ານວັກຊີນ ຫາກຈຳນວນຜູ້ຕິດເຊື້ອເພີ່ມສູງຂຶ້ນຈົນລະບົບສາທາລະນະສຸກບໍສາມາດຮອງຮັບຜູ້ປ່ວຍໄດ້.

ຂໍ້ມູນຈາກ: ໄທຣັດອອນໄລນ໌

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...