Homeຂ່າວພາຍ​ໃນໂຊກຮ້າຍ! ຄົນລັກຕັດສາຍໄຟຟ້າເສັ້ນທາງລົດໄຟລາວ-ຈີນຖືກໄຟຊ໋ອດເສຍຊີວິດ

ໂຊກຮ້າຍ! ຄົນລັກຕັດສາຍໄຟຟ້າເສັ້ນທາງລົດໄຟລາວ-ຈີນຖືກໄຟຊ໋ອດເສຍຊີວິດ

Published on

ໃນວັນທີ 17 ຕຸລາຜ່ານມາ, ມີຊາຍຄົນໜຶ່ງເຂົ້າໄປລັກຕັດສາຍໄຟຟ້າຢູ່ເສັ້ນທາງລົດໄຟລາວ-ຈີນ ເຂດບ້ານແຈ້ງສະຫວ່າງ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ ເຮັດໃຫ້ຖືກໄຟຊ໋ອດເສຍຊີວິດຄາທີ່.

ທີມງານບໍລິສັດທາງລົດໄຟລາວ-ຈີນຫາກໍອອກແຈ້ງການໃໝ່ໆໝາດໆໃນໜ້າເພດຈ໌ Laos – China Railway Company Limited ເລື່ອງການປ່ອຍກະແສໄຟຟ້າແຮງສູງເພື່ອໃຊ້ໃນການຕິດຕັ້ງ, ທົດລອງອຸປະກອນ ແລະທົດລອງແລ່ນລົດໄຟ ເຊິ່ງຈະພາໃຫ້ສາຍໄຟ ແລະອຸປະກອນຕ່າງໆທີ່ເຊື່ອມຕໍ່ກັບທາງລົດໄຟທັງໝົດມີການຊັກນໍາໄຟຟ້າ, ໂດຍສະເພາະແມ່ນລະບົບສາຍສົ່ງໄຟຟ້າເໜືອຫົວ ເຊິ່ງມີການຊັກນຳໄຟຟ້າແຮງສູງເຖິງ 27.5 KV ແລະມີຄວາມອັນຕະລາຍສູງ, ຖ້າໃຜສຳຜັດພຽງແຕ່ 3-4 ວິນາທີກໍອາດເຮັດໃຫ້ເສຍຊີວິດໄດ້ທັນທີ.

ຢ່າງໃດກໍຕາມ, ເຄື່ອງອຸປະກອນໄຟຟ້າຂອງທາງລົດໄຟລາວ-ຈີນ ເລີ່ມມີການຊັກນໍາໄຟຟ້າມາແຕ່ເດືອນສິງຫາ 2021, ສ່ວນລະບົບຈ່າຍໄຟເໜືອຫົວ ແມ່ນໄດ້ເລີ່ມຊັກນໍາໄຟຟ້ານັບແຕ່ ວັນທີ 16 ຕຸລາ ເຊິ່ງທາງການທີ່ກ່ຽວຂ້ອງກໍໄດ້ແຈ້ງເຕືອນປະຊາຊົນທີ່ອາໄສຢູ່ຕາມແລວທາງລົດໄຟດັ່ງກ່າວ ໃຫ້ມີສະຕິ, ລະມັດລະວັງຕົວ, ຫ້າມບໍ່ໃຫ້ເຂົ້າໃກ້ບໍລິເວນທາງລົດໄຟໃນໄລຍະ 2 ແມັດເດັດຂາດ.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...