spot_img
Homeຂ່າວທ້ອງຖິ່ນຂົວຂ້າມດອນໂຂງ ພ້ອມເປີດນຳໃຊ້ພາຍໃນທ້າຍເດືອນພະຈິກປີນີ້!

ຂົວຂ້າມດອນໂຂງ ພ້ອມເປີດນຳໃຊ້ພາຍໃນທ້າຍເດືອນພະຈິກປີນີ້!

Published on

557000009678901

 

ໂຄງການ​ກໍ່ສ້າງ​ຂົວ​ຂ້າມ​ດອນ​ໂຂງ (ບ້ານ​ຫາດ-ບ້ານ​ຫ້ວຍ) ແຂວງ​ຈຳປາ​ສັກ ເຊິ່ງ​ມາ​ຮອດ​ປັດຈຸ​ບັນ ສຳເລັດ​ເກືອບ 100%

ພາຍຫຼັງ​ເລີ່ມ​ດຳເນີນ​ການ​ກໍ່ສ້າງ​ມາ​ແຕ່​ປີ 2012 ແລະ ຈະ​ເປີດ​ນຳ​ໃຊ້​ຢ່າງ​ເປັນ​ທາງ​ການ​ ໃນ​ທ້າຍ​ເດືອນພະຈິກ ປີ 2014 ທີ່​

ຈະ​ມາ​ເຖິງ​ນີ້.

 

ທ່ານ ຄຳ​ຮຸ່ງ ໜູ​ພະ​ໄຊ ຫົວໜ້າ​ໂຄງການ​ກໍ່ສ້າງ​ຂົວ​ຂ້າມ​ດອນ​ໂຂງ ໄດ້​ໃຫ້​ສຳພາດ​ຕໍ່​ສື່​ມວນ​ຊົນ ໃນ​ວັນ​ທີ 26 ເດືອນ​ຕຸລາ ປີ

2014 ນີ້​ວ່າ: ໂຄງການ​ກໍ່ສ້າງ​ຂົວ​ຂ້າມ​ນ້ຳຂອງ​ດອນ​ໂຂງ ແຂວງ​ຈຳປາ​ສັກ ແມ່ນໂຄງການ​ບູ​ລິ​ມະ​ສິດ​ຂອງ​ລັດຖະບານ ເຊິ່ງ​

ນອນ​ໃນ​ແຜນ​ພັດທະນາເສດຖະກິດ-ສັງຄົມ ໃນ​ທົ່ວ​ປະເທດ ເວົ້າ​ລວມ ເວົ້າ​ສະເພາະ ກໍ່​ຄືຕາ​ໜ່າງ​ຄົມມະນາຄົມ​ເຂົ້າ​ເຖິງ​

ດອນ​ໂຂງ ຂົວ​ຂ້າມ​ດອນ​ໂຂງ​ນີ້​ ມີ​ແມ່ນ​ຈະ​ແຕກ​ຕ່າງ​ຈາກ​ຂົວ​ແຫ່ງ​ອື່ນໆ ເນື່ອງ​ຈາ​ກວ່າ​ມີ​ລັກສະນະ​ໂຄ້ງ ກົ່ງ​ກາງ ຮັບ​ນ້ຳ

ໜັກ​ໄດ້ 100 ໂຕນ ຍາວ 718 ແມັດ ກວ້າງ 11 ແມັດ ທາງ​ຄົນ​ຍ່າງ 2 ຂ້າງ-ຂ້າງ​ລະ 1,5 ແມັດ ໜ້າ​ທາງ​ລົດ​ກວ້າງ 8 ແມັດ

ແລະ ມີ​ອາຍຸ​ການ​ນຳ​ໃຊ້ 100 ປີ.

 

ນອກຈາກ​ສ້າງ​ຂົວ​ດັ່ງກ່າວ​ແລ້ວ ​ຍັງ​ໄດ້​ສ້າງ​ຂົວ​ນ້ອຍ (ບ້ານ​ຫົວ​ໂຂງ​ແຫຼມ-ບ້ານ​ດອນ​ສັນ) ຍາວ 180 ແມັດ ກວ້າງ 5 ແມັດ

ສ້ອມແປງ ແລະ ຂະຫຍາຍ​ທາງ​ຈາກ​ທາງ​ແຍກ 13 ໃຕ້​ເຂົ້າ​ຫາ​ຂົວ ມີ​ຄວາມ​ຍາວ 4.200 ແມັດ ກວ້າງ 7 ແມັດ ປູຢາງ 2 ຊັ້ນ

ແລະ ກໍ່ສ້າງ​ທ່າ​ບັກ ບ້ານ​ຫົວ​ໂຂງ​ໃຫຍ່ (ເມືອງ​ໂຂງ) ຫາບ້ານ​ຫ້ວຍ​ຍາງ (ເມືອງ​ມຸນ​ລະ​ປະ​ໂມກ) ຕື່ມ​ອີກ ລວມ​ມູນ​ຄ່າ​ການ​ກໍ່

ສ້າງ​ທັງ​ໝົດ 34 ລ້ານ​ກວ່າ​ໂດ​ລາ​ສະຫະລັດ ຫຼື ເທົ່າ​ກັບ 272 ຕື້​ກວ່າ​ກີບ ໃນ​ນັ້ນ ແຫຼ່ງ​ທຶນ​ແມ່ນ​ກູ້​ຢືມ​ຈາກ​ທະນາຄານຂາ​

ອອກ-ຂາ​ເຂົ້າ (EXIM BANK) ​ສປ ຈີນ ແລະ ທຶນ​ສົມທົບ​ຈາກ​ລັດຖະບານ​ລາວ 5% ໂດຍ​ແມ່ນ​ບໍລິສັດ HNDCI ​ສປ ຈີນ

ເປັນ​ຜູ້​ຮັບ​ເໝົາ​ກໍ່ສ້າງ.

 

ແຫລ່ງຂ່າວ: ວຽງຈັນໃໝ່

 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...