Homeສຸຂະພາບ ແລະ ສີ່ງແວດລ້ອມແວ່ນປ້ອງກັນແສງບໍ່ຈຳເປັນ ໝໍບອກແສງສີຟ້າບໍ່ກໍ່ເກີດມະເຮັງ

ແວ່ນປ້ອງກັນແສງບໍ່ຈຳເປັນ ໝໍບອກແສງສີຟ້າບໍ່ກໍ່ເກີດມະເຮັງ

Published on

03_03_210312

ຈາກ​ກະ​ແສ​ຂ່າວ​ທີ່​ວ່າ ​ການ​ໄດ້ຮັບ​ແສງ​ສີ​ຟ້າ ​ຫລື ​ບລູ​ໄລ ຈາກ​ໜ້າ​ຈໍ​ອຸປະກອນ ​ເອເລັກໂຕນິກ ທັງ​ສະມາດ​ໂຟນ ແລະ ​ຄອມພິວເຕີ ຈະ​ສົ່ງ​ຜົນ​ກະທົບ​ຕໍ່​ດວງ​ຕາ​ເປັນ​ສາ​ເຫດ​ເຮັດໃຫ້​ເກີດ​ມະ​ເຮັງ ​ແລະ ​ຈໍ​ປະສາດ​ຕາ​ເສື່ອມ ຈົນ​ເຮັດໃຫ້​ມີ​ຜູ້​ຜະລິດ​ເລນ​ແວ່ນ​ ຕາ ​ແລະ ​ແວ່ນ​ຕາ​ທີ່​ຊ່ວຍ​ປ້ອງ​ກັນ​ແສງ​ສີ​ຟ້າ ຫລື ​ທີ່​ທາງ​ການ​ແພດ​ເອີ້ນວ່າ “ເລນ  ​ບລູ​ລັ​ອກ” ອອກ​ມາ​ວາງ​ຂາຍ​ໃນ​ຕະຫ​ລາດ ໂດຍ​ມີ​ລາ​ຄາ​ສູງ​ກວ່າ​ ເລນ​ທົ່ວ​ໄປ ແລະ   ​ມີ​ການ​ໂຄສະນາ​ວ່າ ຊ່ວຍ​ປ້ອງ​ກັນ​ແສງ​ຍູ​ວີ 400 ແລະ​ ແສງ​ສີ​ຟ້າ​ນັ້ນ ການ​ວິ​ໄຈ​ລ່າ​ສຸດ​ພົບ​ແລ້ວ​ວ່າ ​ເລນ​ເຫລົ່າ​ນັ້ນ​ບໍ່​ໄດ້​ຊ່ວຍ​ປ້ອງ​ກັນ​ບັນຫາ​ສຸຂະພາບ​ດວງ​ຕາ​ແຕ່​ຢ່າງ​ໃດ ເພາະ​ເຖິງແມ່ນ​ ​ໃສ່​ແວ່ນ​ຕາປະ​ເພດ​ນີ້​ ແຕ່​ຖ້າ​ຫາກ​ຍັງ​ໃຊ້​ສາຍ​ຕາ​ກັບ​ອຸປະກອນ​ ເອເລັກໂຕ​ນິກ​ຫລາຍ​ໆ ກໍ​ສົ່ງ​ຜົນ​ກະທົບ​ຕໍ່​ດວງ​ຕາ​ໄດ້​ເຊັ່ນ​ດຽວ​ກັນ

ແສ​ງບ​ລູ​ໄລ ​ບໍ່​ໄດ້​ສົ່ງ​ຜົນ​ໃຫ້ເປັນ​ມະ​ເຮັງ​ທາງ​ສາຍ​ຕາ​ແນ່ນອນ ແຕ່​ກໍ​ອາດ​ສົ່ງ​ຜົນ​ເຮັດໃຫ້​ຈໍ​ປະສາດ​ຕາ​ເສື່ອມ​ໄດ້​ ເຖິງແມ່ນ​ຈະ​ໃສ່​ແວ່ນ​ຕາປ້ອງ​ກັນ​ແສງ​ສີ​ຟ້າ​ກໍ​ຕາມ ເຊິ່ງ​ການ​ໃຊ້​ສາຍ​ຕາ​ຫລາຍ​ໆ ນອກ​ຈາກ​ຈະ​ເຮັດໃຫ້​ດວງ​ຕາ​ເກີດ​ການ​ເມື່ອຍ​ລ້າ​ແລ້ວ ກໍ​ຍັງ​ສົ່ງຜົນ​ໃຫ້​ເຈັບຫົວ ປວດ​ຕົ້ນ​ຄໍ ​ແລະ ​ໄຫລ່​ໄດ້ນໍາ​ອີກ​ ດັ່ງ​ນັ້ນ​ຫາກ​ຕ້ອງ​ໃຊ້​ສາຍ​ຕາ   ​ດົນ​ໆ ກໍ​ຄວນ​ພັກ​ສາຍ​ຕາ​ເປັນ​ເວລາ 15 ນາ​ທີ ໃນ​ທຸກ​ໆ 25 ນາ​ທີ ຫລື ພັກ​ສາຍ​ຕາ 10 ນາ​ທີ​ທຸກ​ໆ 30 ນາ​ທີ ກໍ​ຈະ​ຊ່ວຍ​ໄດ້

ສຳລັບ​ແສງ​ສີ​ຟ້າ ຫລື​ ບລູ​ໄລ ຖື​ເປັນ​ແສງ​ທີ່​ມີ​ຄວາມ​ຖີ່​ຫລາຍກວ່າ 400 ນາ​ໂນ​ແມັດ ເຊິ່ງ​ແສງ​ດັ່ງ​ກ່າວ​ຈະ​ສາມາດ​ທະ​ລຸ​ເຂົ້າໄປ​ໃນ​ດວງ​ຕາ​ທີ່​ມີ​ແກ້ວ​ຕາ​ດຳ​ ແລະ ​ເຍື່ອ​​ຕາ​ຂາວ ແລະ ​ອາດ​ເປັນ​ສາ​ເຫດ​ເຮັດໃຫ້​ເກີດ​ຕໍ້​ກະ​ຈົກ​ໄດ້ ໃນ​ຂະນະ​ທີ່​ແສງ UV ເກີນ 400 ນາ​ໂນ​ແມັດ ຈະ​ເຂົ້າໄປ​ທຳລາຍ​ຈຸລັງ​ໃນ ​ເລ​ຕິ​ນາ​ ຫລື​ ຈຸລັງປະສາດ​ຕາ​ທີ່​ຈຸດ​ຮັບ​ພາບ​ໂດຍ​ກົງ​ເຮັດໃຫ້​ຈໍ​ປະສາດ​ເສື່ອມ

ທັງ​ນີ້​ໂດຍ​ປົກກະຕິ​ແລ້ວ​ ແສ​ງ ບ​ລູ​ໄລ ​ຈະ​ພົບ​ໄດ້​ໃນ​ຈໍ​ດິ​ຈິ​ຕອນ​ແອວ​ຊີ​ດີ ເຊິ່ງ​ເຮັດ​ມາ​ຈາກ​ແສງ​ໄຟ​ແອວອີ​ດີ ແລະ​ ເມື່ອ​ໃຊ້​ອຸປະກອນ​ເຫລົ່າ​ນີ້​ດົນ​ໆ ແສງ​ກໍ​ຈະ​ເຂົ້າ​ສູ່​ ເລ​ຕິ​ນາ​ຫລາຍ​ຂຶ້ນ ຈົນ​ອາດ​ເຮັດໃຫ້​ເກີດ​ບັນຫາ​ກ່ຽວກັບ​ດວງ​ຕາ​ໄດ້ ແຕ່​ຄົນ​ມັກ​ຈະ​ເຂົ້າ​ໃນ​ຜິດ​ວ່າ​ ບລູ​ໄລ ​ເປັນ​ສາ​ເຫດ​ຂອງ​ພະຍາດ​ມະ​ເຮັງ​ ​ທີ່​ຄວາມ​ຈິງ​ແລ້ວ​ແສງ UVA ແລະ UVB ນັ້ນ​ສົ່ງ​ຜົນ​ໃຫ້​ເກີດ​ມະ​ເຮັງ​ທີ່​ຜິວ​ໜັງ​ເທົ່າ​ນັ້ນ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...