Homeຂ່າວພາຍ​ໃນລັດຖະບານອອກນະໂຍບາຍສົ່ງເສີມການນຳໃຊ້ລົດໄຟຟ້າຢູ່ລາວ

ລັດຖະບານອອກນະໂຍບາຍສົ່ງເສີມການນຳໃຊ້ລົດໄຟຟ້າຢູ່ລາວ

Published on

ລັດຖະບານແຫ່ງ ສປປ ລາວ ໄດ້ອອກນະໂຍບາຍໃໝ່ເພື່ອສົ່ງເສີມການນຳໃຊ້ລົດໄຟຟ້າ ເພື່ອເປັນການຫຼຸດຜ່ອນການນຳເຂົ້ານໍ້າມັນເຊື້ອໄຟ ທັງຫຼຸດຜ່ອນມົນລະພິດຈາກການນຳໃຊ້ລົດທີ່ແລ່ນດ້ວຍນໍ້າມັນ ແລະສົ່ງເສີມການນຳໃຊ້ພະລັງງານໄຟຟ້າ.

ອີງຕາມມະຕິວ່າດ້ວຍການຮັບຮອງ ແລະປະກາດໃຊ້ນະໂຍບາຍການນຳໃຊ້ລົດໄຟຟ້າຢູ່ ສປປ ລາວ ເລກທີ 08/ລບ, ລົງວັນທີ 4 ຕຸລາ 2021, ລັດຖະບານເຫັນດີໃຫ້ປະຕິບັດຕາມນະໂຍບາຍທີ່ກຳນົດຕາມກົດໝາຍ ແລະລະບຽບການທີ່ກ່ຽວຂ້ອງເພື່ອສົ່ງເສີມທຸລະກິດນຳເຂົ້າ ແລະຈຳໜ່າຍລົດໄຟຟ້າ ທັງບໍ່ຈຳກັດໂກຕ້າການນຳເຂົ້າລົດດັ່ງກ່າວ ໂດຍມຸ່ງເປົ້າອັດຕາການຊົມໃຊ້ລົດໄຟຟ້າໃຫ້ໄດ້ 1% ໃນປີ 2025 ແລະ 30% ໃນປີ 2030. ສ່ວນລົດໄຟຟ້າທີ່ນຳເຂົ້າ ຕ້ອງຮັບປະກັນຄຸນນະພາບ ແລະຄວາມປອດໄພດ້ານເຕັກນິກຕາມມາດຕະຖານສາກົນ, ກຳນົດປ້າຍ ຫຼື ເຄື່ອງໝາຍເປັນສັນຍະລັກສະເພາະສຳລັບລົດໄຟຟ້າ, ພ້ອມມີສູນບໍລິການຫຼັງການຂາຍ, ສ້ອມແປງ ແລະປ່ຽນຖ່າຍອຸປະກອນຕ່າງ ລວມທັງມີລະບົບກຳຈັດ-ຈັດການໝໍ້ໄຟ ແລະສິ່ງເສດເຫຼືອທີ່ເສື່ອມຄຸນນະພາບ ເພື່ອຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ.

ລັດຖະບານຍັງໄດ້ສົ່ງເສີມບຸກຄົນ, ນິຕິບຸກຄົນ ທັງພາຍໃນ ແລະຕ່າງປະເທດດຳເນີນການລົງທຶນສ້າງໂຮງງານຜະລິດສິ້ນສ່ວນອຸປະກອນ, ອາໄຫຼ່ ເພື່ອສະໜອງທັງພາຍໃນ ແລະຕ່າງປະເທດ, ລວມທັງລົງທຶນພັດທະນາສະຖານີບໍລິການສາກລົດໄຟຟ້າຕາມຈຸດຕ່າງໆທົ່ວປະເທດ ໂດຍກຳນົດນະໂຍບາຍທີ່ເໝາະສົມດ້ານພາສີ, ອາກອນການນຳເຂົ້າ ພ້ອມກັນນັ້ນ, ກໍໄດ້ກຳນົດໂຄງສ້າງດ້ານລາຄາໄຟຟ້າທີ່ເໝາະສົມ ຂະນະທີ່ລັດວິສາຫະກິດໄຟຟ້າລາວ ເປັນຜູ້ບໍລິການຕິດຕັ້ງໄຟຟ້າສຳລັບເຄື່ອງສາກໄຟຟ້າ ໂດຍບໍ່ເກັບຄ່າໝໍ້ນັບໄຟຕາມທີ່ຢູ່ອາໄສ, ສຳນັກງານຫ້ອງການຕ່າງໆ ເພື່ອຮັບປະກັນຄວາມປອດໄພດ້ານເຕັກນິກ.

ຜູ້ໃຊ້ລົດໄຟຟ້າແມ່ນຈະໄດ້ເສຍຄ່າທາງຕໍ່າກວ່າ 30% ຂອງລົດທີ່ແລ່ນດ້ວຍນໍ້າມັນ ຕາມກໍລະນີຄວາມແຮງທຽບເທົ່າກັນ ພ້ອມໃຫ້ບູລິມະສິດບ່ອນຈອດລົດໄຟຟ້າຕາມຈຸດ ຫຼື ສະຖານທີ່ບໍລິການສາກລົດໄຟຟ້າ ຢູ່ສະຖານທີ່ສາທາລະນະ.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...