Homeຂ່າວຕ່າງປະເທດຟູມິໂອະ ຄິຊິດະ ເຂົ້າຮັບຕຳແໜ່ງນາຍົກລັດຖະມົນຕີຄົນໃໝ່ຂອງຍີ່ປຸ່ນ

ຟູມິໂອະ ຄິຊິດະ ເຂົ້າຮັບຕຳແໜ່ງນາຍົກລັດຖະມົນຕີຄົນໃໝ່ຂອງຍີ່ປຸ່ນ

Published on

ເວັບໄຊ CNN ລາຍງານ: ທ່ານ ຟູມິໂອະ ຄິຊິດະ (Fumio Kishida) ເຂົ້າຮັບຕຳແໜ່ງນາຍົກລັດຖະມົນຕີຄົນໃໝ່ຂອງຍີ່ປຸ່ນ ໃນວັນທີ 4 ຕຸລາ ໂດຍໄດ້ຮັບການມອບໝາຍໜ້າທີ່ຮັບຜິດຊອບໃນການເປັນຜູ້ນຳດ້ານເສດຖະກິດທີ່ໃຫຍ່ສຸດເປັນອັນດັບສາມຂອງໂລກໃນຍຸກການລະບາດຂອງໄວຣັສໂຄໂຣນ່າ.

ນາຍົກລັດຖະມົນຕີຍີ່ປຸ່ນຄົນໃໝ່ ທ່ານ ຄິຊິດະ, ໄວ 64 ປີ ໄດ້ຮັບການເລືອກຕັ້ງເປັນຫົວໜ້າພັກເສລີປະຊາທິປະໄຕ (LDP) ໃນອາທິດຜ່ານມາ ກ່ອນຈະໄດ້ຮັບການເລືອກຕັ້ງເປັນນາຍົກລັດຖະມົນຕີຄົນທີ 100 ຂອງຍີ່ປຸ່ນຢ່າງເປັນທາງການ. ການດຳລົງຕຳແໜ່ງດັ່ງກ່າວຖືເປັນຄວາມທ້າທາຍອັນໃຫຍ່ຫຼວງທີ່ ທ່ານ ຄິຊິດະ ຈະໄດ້ຮັບມື ໂດຍສະເພາະກໍແມ່ນຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ທີ່ເພີ່ມຂຶ້ນ, ປັນຫາເສດຖະກິດຖົດຖອຍ, ການເພີ່ມຂຶ້ນຂອງຈຳນວນຜູ້ສູງອາຍຸ, ລວມທັງຄວາມຕຶງຄຽດທີ່ເພີ່ມຂຶ້ນກັບຈີນ.

ທ່ານ ຟູມິໂອະ ຄິຊິດ ເຄີຍດຳລົງຕຳແໜ່ງລັດຖະມົນຕີກະຊວງການຕ່າງປະເທດຂອງຍີ່ປຸ່ນລະຫວ່າງປີ 2012 ຫາ 2017 ພາຍໃຕ້ການນຳຂອງທ່ານອາເບະ, ນາຍົກລັດຖະມົນຕີທີ່ດຳລົງຕຳແໜ່ງຍາວນານທີ່ສຸດຂອງຍີ່ປຸ່ນ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...