Homeຂ່າວຕ່າງປະເທດທຸລະກິດເຊົ່າແຟນ ເຖິງຈະກໍາລັງມາແຮງ ແຕ່ກໍອາດຈະເກີດອາດຊະຍາກໍາໄດ້

ທຸລະກິດເຊົ່າແຟນ ເຖິງຈະກໍາລັງມາແຮງ ແຕ່ກໍອາດຈະເກີດອາດຊະຍາກໍາໄດ້

Published on

“ການບໍລິການເຊົ່າແຟນ” ກໍາລັງເປັນກະແສທີ່ໄດ້ຮັບຄວາມນິຍົມຫຼາຍໃນກຸ່ມໄວໜຸ່ມໃນປະເທດຈີນ ໂດຍມີການໃຫ້ບໍລິການເຊົ່າແຟນອອນລາຍ ເຊິ່ງບໍ່ພຽງແຕ່ຕອບສະໜອງຄວາມຕ້ອງການຂອງຄົນໂສດເທົ່ານັ້ນ ແຕ່ຍັງເປັນທີ່ຕ້ອງການໃຫ້ກັບຄົນອື່ນໆທີ່ຕ້ອງການແກ້ບັນຫາເລື່ອງຄອບຄົວ. ຖ້າເຮົາເບິ່ງແບບຜ່ານໆແລ້ວທຸລະກິດນີ້ຄົງຈະບໍ່ມີຜົນກະທົບຫຍັງຫຼາຍເທົ່າທີ່ຄວນ ແຕ່ທາງດ້ານຜູ້ຊ່ຽວຊານຂອງຈີນໄດອອກມາເຕືອນວ່າ ທຸລະກິດດັ່ງກ່າວສາມາດທີ່ເຮັດໃຫ້ເກີດອາດຊະຍາກໍາໄດ້.

ທຸລະກິດເຊົ່າແຟນໃນປະເທດຈີນສາມາດຊອກຫາໄດ້ທົ່ວໄປເຊັ່ນ: ໃນແອັບພິເຄຊັ່ນ Taobao ເຊິ່ງລູກຄ້າສາມາດເຊົ່າແຟນໄດ້ໃນລາຄາ 20 ຢວນ ຫຼື ປະມານ 25,000 ກີບຕໍ່ເຄິ່ງຊົ່ວໂມງ ທາງລູກຄ້າສາມາດເລືອກຄົນທີ່ມັກໄດ້ຕາມໃຈ ແລະ ຍັງສາມາເລືອກສະເປັກທີ່ຕົນເອງມັກໄດ້ອີກດ້ວຍ.

ທາງດ້ານອາຈານວິທະຍາໄລກົດໝາຍໃນນະຄອນຊຽງໄຮ້ໄດ້ໃຫ້ຄໍາແນະນໍາແກ່ຄົນຮຸ່ນໃໝ່ວ່າຄວນມີສະຕິ ແລະ ຫຼີກລ້ຽງເພື່ອບໍ່ໃຫ້ຕົນເອງເຂົ້າໄປຢູ່ໃນສະຖານະການທີ່ສ່ຽງອັນຕະລາຍ ແລະ ທັງນີ້ບັນດາສື່ອອນລາຍທີ່ເປັນສື່ກາງໃນການເຊົ່າແຟນອອນລາຍກໍຄວນມີການກວດກາຢ່າງເຂັ້ມງວດເຊັ່ນກັນ. 

ໂດຍການບໍລິການເຊົ່າແຟນ ຫຼື ເຊົ່າໝູ່ແບບລາຍມື້ນັ້ນຈະເປັນຄືກັບສັນຍາຈ້າງທີ່ໄດ້ຮັບຂໍ້ຕົກລົງຂອງທັງສອງຝ່າຍ ໂດຍການເຊົ່າແຟນຈະຕ້ອງເຮັດໜ້າທີ່ເຊັ່ນ: ພາໄປຊື້ເຄື່ອງ ຫຼື ລົມເປັນໝູ່ເພື່ອຜ່ອນຄາຍ ເຊິ່ງອາດຈະເຮັດໃຫ້ໄປສູ່ການກະທໍາທີ່ຜິດກົດໝາຍ ແລະ ເກີດອາດຊະຍາກໍາໄດ້.

ແຫຼ່ງຂ່າວ: Khaosod

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...