Homeຂ່າວຕ່າງປະເທດຂໍ້ບັງຄັບ !! ພະນັກງານລັດຖະກອນທຸກຄົນໃນປະເທດມາເລເຊຍຕ້ອງສັກວັກຊີນປ້ອງກັນພະຍາດໂຄວິດ-19

ຂໍ້ບັງຄັບ !! ພະນັກງານລັດຖະກອນທຸກຄົນໃນປະເທດມາເລເຊຍຕ້ອງສັກວັກຊີນປ້ອງກັນພະຍາດໂຄວິດ-19

Published on

ໃນວັນທີ 30 ກັນຍາ 2021 ລັດຖະບານມາເລເຊຍ ພາຍໃຕ້ການນໍາພາຂອງລັດຖະມົນຕີທ່ານ ອິສມາອິລ ຊາບີ ຢາຄອບ ໄດ້ອອກຂໍ້ບັງຄັບໃຫ້ພະນັກງານລັດຖະກອນ ແລະ ເຈົ້າໜ້າທີ່ໃນໜ່ວຍງານພາກລັດທຸກຄົນໃນປະເທດມາເລເຊຍຕ້ອງສັກວັກຊີນປ້ອງກັນໂຄວິດ-19 ໂດຍຈະອະນຸຍາດໃຫ້ມີຂໍ້ຍົກເວັ້ນສະເພາະກໍລະນີທີ່ມີສຸຂະພາບບໍ່ແຂງແຮງເທົ່ານັ້ນ ເພື່ອເປັນການສ້າງຄວາມໝັ້ນໃຈໃຫ້ແກ່ປະຊາຊົນ ແລະ ເປັນການສ້າງຄວາມເຊື່ອໝັ້ນວ່າລັດຖະບານສາມາດປະຕິບັດວຽກງານໄດ້ເປັນຢ່າງດີ.

ຄໍາສັ່ງລ່າສຸດຂອງລັດຖະບານມາເລເຊຍກໍຄືການຕັ້ງເປົ້າໝາຍໃນການສັກວັກຊີນໃຫ້ແກ່ປະຊາຊົນໃຫ້ກວມເອົາ 80% ຂອງຈໍານວນປະຊາກອນໃນປະເທດພາຍໃນທ້າຍປີນີ້. ໃນປັດຈຸບັນນີ້ປະເທດມາເລເຊຍຖືເປັນປະເທດໜຶ່ງທີ່ດໍາເນີນການສັກວັກຊີນໃຫ້ກັບປະຊາຊົນໄດ້ໄວທີ່ສຸດໃນບັນດາປະເທດສະມາຊິກອາຊຽນ ເນື່ອງຈາກສາມາດດໍາເນີນການສັກວັກຊີນໃຫ້ກັບປະຊາຊົນໄປແລ້ວເຖິງ 61% ຈາກຈໍານວນປະຊາກອນທັງໝົດ 32 ລ້ານຄົນ. 

ປະເທດມາເລເຊຍມີພະນັກງານລັດຖະກອນ ແລະ ເຈົ້າໜ້າທີ່ຂອງລັດປະມານ 1.6 ລ້ານຄົນ ແລະ ໃນປັດຈຸບັນມີພະນັກງານລັດຖະກອນທີ່ສັກວັກຊີນໄປແລ້ວປະມານ 98% ແລະ ຍັງເຫຼືອພຽງ 16,902 ຄົນ ຫຼື ປະມານ 1.6% ເທົ່ານັ້ນ ທີ່ຍັງບໍ່ໄດ້ສັກວັກຊີນຈັກເຂັມ ໂດຍລັດຖະບານມາເລເຊຍໄດ້ໃຫ້ເວລາພະນັກງານລັດຖະກອນທີ່ຍັງບໍ່ທັນສັກວັກຊີນໃຫ້ຕື່ນຕົວໄປສັກວັກຊີນຈົນຮອດວັນທີ 1 ພະຈິກ 2021 ນີ້ເທົ່ານັ້ນ ແຕ່ຖ້າພະນັກງານລັດຖະກອນຄົນໃດທີ່ບໍ່ສາມາດສັກວັກຊີນໄດ້ຕ້ອງໄດ້ຍື່ນໃບຮັບຮອງແພດທີ່ອອກໂດຍແພດປະຈໍາຢູ່ໂຮງໝໍລັດເທົ່ານັ້ນ.

ແຫຼ່ງຂ່າວ: Thairath 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...