spot_img
Homeຂ່າວຕ່າງປະເທດ“ສະຖານີສຸຂະພາບນານາຊາດກວາງໂຈ” ສາມາດຮັບຮອງຜູ້ເຂົ້າກັກໂຕໄດ້ເຖິງ 5.000 ຄົນ

“ສະຖານີສຸຂະພາບນານາຊາດກວາງໂຈ” ສາມາດຮັບຮອງຜູ້ເຂົ້າກັກໂຕໄດ້ເຖິງ 5.000 ຄົນ

Published on

ໃນວັນທີ 30 ກັນຍາ 2021 ສໍານັກຂ່າວຈາກເມືອງກວາງໂຈ ປະເທດຈີນໄດ້ລາຍງານວ່າ: ເຖິງແມ່ນວ່າບັນດາປະເທດຕ່າງໆໄດ້ເລີ່ມມີການປັບຮູບແບບການຄວບຄຸມພະຍາດ ແລະ ມາດຕະການທາງສັງຄົມໃນການຢູ່ຮ່ວມກັບພະຍາດໂຄວິດ-19 ແຕ່ທາງລັດຖະບານຂອງປັກກິ່ງຍັງຄົງຍຶດໝັ້ນກັບຍຸດທະສາດທີ່ວ່າ ”ໂຄວິດຕ້ອງເປັນສູນ” ເທົ່ານັ້ນ. 

ລັດຖະບານຈີນກໍາລັງເລັ່ງດໍາເນີນການກໍ່ສ້າງ “ສະຖານີສຸຂະພາບນານາຊາດກວາງໂຈ” ທີ່ຕັ້ງຢູ່ເມືອງກວາງໂຈ ໂດຍໂຄງການດັ່ງກ່າວໃຊ້ເວລາໃນການກໍ່ສ້າງບໍ່ເກີນ 3 ເດືອນ ແລະ ກໍາລັງຈະກໍ່ສ້າງແລ້ວພາຍໃນອີກບໍ່ດົນນີ້. ໂຄງການນີ້ປະກອບດ້ວຍອາຄານຂະໜາດໃຫຍ່ທີ່ມີຄວາມສູງ 3 ຊັ້ນ ເປັນຈໍານວນຫຼາຍກວ່າ 10 ອາຄານ ແລະ ມີຫ້ອງນອນລວມທັງໝົດ 5.000 ຫ້ອງ.

ໂຄງການດັ່ງກ່າວໃຊ້ງົບປະມານ 260 ລ້ານດອລລ້າ ເຊິ່ງຈະໃຊ້ເປັນສະຖານທີ່ກັກໂຕຜູ້ທີ່ເດີນທາງມາຈາກຕ່າງປະເທດບໍ່ວ່າຈະເປັນຄົນຈີນ ຫຼື ຄົນຕ່າງຊາດ ແລະ ຈະໃຊ້ສະຖານທີ່ນີ້ເປັນບ່ອນກັກໂຕແທນໂຮງແຮມທຸກບ່ອນໃນເມືອງກວາງໂຈ.

ທັງນີ້, ທາງການຂອງປະເທດຈີນຕ້ອງການໃຫ້ຜູ້ທີ່ເດີນທາງມາຈາກຕ່າງປະເທດເຂົ້າກັກໂຕພາຍໃນພື້ນທີ່ດຽວກັນໝົດ ເພື່ອໃຫ້ງ່າຍຕໍ່ການເບິ່ງແຍງ ແລະ ເພື່ອຫຼຸດຄວາມສ່ຽງໃຫ້ແກ່ປະຊາຊົນໃນພື້ນທີ່ຈາກການຕິດເຊື້ອໂຄວິດ-19 ອີກດ້ວຍ. ເມື່ອຄົນຕ່າງປະເທດຜ່ານຈຸດກວດຄົນເຂົ້າເມືອງແລ້ວ ເຈົ້າໜ້າທີ່ຈະເຄື່ອນຍ້າຍທຸກຄົນມາທີ່ສູນກັກໂຕແຫ່ງນີ້ທັນທີ ແລະ ທຸກຄົນຕ້ອງຢູ່ສູນກັກໂຕແຫ່ງນີ້ຫ້ອງລະ 1 ຄົນ ເປັນເວລາຢ່າງໜ້ອຍ 14 ມື້.

ແຫຼ່ງຂ່າວ: Dailynews

ບົດຄວາມຫຼ້າສຸດ

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...