spot_img
Homeຂ່າວການຊ່ວຍເຫຼືອແມ່ຍິງຫຼາຍຄົນໃນປະເທດກອງໂກ ຖືກລ່ວງລະເມີດທາງເພດ ຈາກພະນັກງານ WHO

ແມ່ຍິງຫຼາຍຄົນໃນປະເທດກອງໂກ ຖືກລ່ວງລະເມີດທາງເພດ ຈາກພະນັກງານ WHO

Published on

ແມ່ຍິງທີ່ອາໄສຢູ່ໃນທ້ອງຖິ່ນຂອງປະເທດກອງໂກ ຫຼາຍກວ່າ 50 ຄົນ ໄດ້ອອກມາຮຽກຮ້ອງວ່າຖືກລ່ວງລະເມີດທາງເພດ ຈາກພະນັກງານຂອງອົງການອະນາໄມໂລກທີ່ເຂົ້າໄປຄວບຄຸມການລະບາດຂອງພະຍາດອີໂບລາ ໃນໄລຍະທີ່ຜ່ານມາ. 

ທາງຄະນະກໍາມະການໄດ້ສອບສວນກັບບັນດາແມ່ຍິງທີ່ຖືກລ່ວງລະເມີດທາງເພດ ພວກເຂົາບອກວ່າ ຖ້າຢາກມີວຽກເຮັດຕ້ອງແລກກັບການມີເພດສໍາພັນ. ນອກຈາກນີ້, ບັນດາແມ່ຍິງໃນທ້ອງຖິ່ນດັ່ງກ່າວຍັງຖືກກ່າວຫາວ່າລັກດື່ມເຄື່ອງດື່ມມຶນເມົາ, ຖືກທໍາຮ້າຍຮ່າງກາຍໃນໂຮງໝໍ ແລະ ຖືກບັງຄັບໃຫ້ມີເພດສໍາພັນ.

ທ່ານ ດຣ. ເທດຮອສ ຜູ້ອໍານວຍການອົງການອະນາໄມໂລກ ໄດ້ກ່າວວ່າ ຈາກບົດລາຍງານທີ່ເຂົາໄດ້ອ່ານກ່ຽວກັບການລະເມີດທາງເພດ ເຂົາເອງໄດ້ອອກມາຂໍໂທດວ່າ: “ຂ້ອຍຂໍໂທດສໍາລັບສິ່ງທີ່ເກີດຂຶ້ນກັບພວກເຈົ້າ ສິ່ງທີ່ສໍາຄັນທີ່ສຸດຂອງຂ້ອຍໃນຕອນນີ້ກໍຄືລົງໂທດ ແລະ ດໍາເນີນຄະດີກັບຜູ້ທີ່ກະທໍາຜິດຢ່າງທີ່ສຸດໂດຍບໍ່ມີການອະໄພໂທດໃຫ້” ແລະ ເຂົາຍັງໃຫ້ຄໍາສັນຍາວ່າຈະຊ່ວຍເຫຼືອ ແລະ ປົກປ້ອງຜູ້ທີ່ຖືກລ່ວງລະເມີດທາງເພດ ແລະ ຈະຍົກໂຄງສ້າງວັດທະນາທໍາຂອງອົງການອະນາໄມໂລກໃຫ້ສູງຂຶ້ນບໍ່ໃຫ້ເກີດເລື່ອງແບບນີ້ອີກ. 

ແຫຼ່ງຂ່າວ BBC

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...