spot_img
Homeຂ່າວພາຍ​ໃນໄວຮຸ່ນຄ້າຢາໄປບໍ່ລອດ! ຖືກເຈົ້າໜ້າທີ່ຈັບໄດ້ພ້ອມຂອງກາງ 20,000 ກວ່າເມັດ

ໄວຮຸ່ນຄ້າຢາໄປບໍ່ລອດ! ຖືກເຈົ້າໜ້າທີ່ຈັບໄດ້ພ້ອມຂອງກາງ 20,000 ກວ່າເມັດ

Published on

ຊາຍໄວ 24 ປີ, ອາຊີບກຳມະກອນ, ບ້ານອຸດົມຜົນ, ເມືອງໄຊທານີ, ນະຄອນຫຼວງວຽງຈັນຖືກເຈົ້າໜ້າທີ່ ປກສ ເມືອງຫາດຊາຍຟອງ ຈັບກຸມຂໍ້ຫາຄ້າຂາຍຢາເສບຕິດປະເພດຢາບ້າ ພ້ອມຂອງກາງ 20,000 ກວ່າເມັດ.

ທ່ານ ພັທ ເກດສະໜາ ພິຈິດ ຫົວໜ້າພະແນກຕຳຫຼວດ ກອງບັນຊາການ ປກສ ເມືອງຫາດຊາຍຟອງ, ນວ ໃຫ້ຮູ້ວ່າ: ໃນຕົ້ນເດືອນກັນຍາ 2021 ໄດ້ຮັບແຈ້ງວ່າມີການເຄື່ອນໄຫວຄ້າຂາຍຢາບ້າ ຢູ່ເຂດບ້ານສາລາຄຳໃຕ້, ເມືອງຫາດຊາຍຟອງ ຈິ່ງໄດ້ສົມທົບກັບພາກສ່ວນກ່ຽວຂ້ອງ ລົງຕິດຕາມແລ້ວພົບເຫັນວ່າມີມູນຄວາມຈິງ, ມາຮອດວັນທີ 17 ກັນຍາ 2021 ຈິ່ງເຂົ້າກັກຕົວ ທ້າວ ອຸດາສັກ, ອາຍຸ 24 ປີ ກໍາມະກອນ ບ້ານອຸດົມຜົນ, ເມືອງໄຊທານີ ພ້ອມຢາບ້າ ຈຳນວນ 12 ມັດ ຫຼື 24.000 ເມັດ ທີ່ຊຸກເຊື່ອງຢູ່ຫຼັງເບາະລົດໃຫຍ່ຍີ່ຫຍໍ້ຟໍຈູນເນີ ໃນຂະນະທີ່ລໍຖ້າສົ່ງຢາບ້າ.

ຜ່ານການສອບສວນ ທ້າວ ອຸດາສັກ ໄດ້ຮັບສາລະພາບວ່າ: ໃນຄັ້ງວັນທີ 17 ກັນຍາ 2021 ໄດ້ມີໄວຮຸ່ນເຂດບ້ານສາລາຄຳໃຕ້ ເມືອງຫາດຊາຍຟອງ ໂທລະສັບສັ່ງຊື້ຢາບ້ານຳຕົນ ຈຳນວນ 12 ມັດ ເທົ່າກັບ 24.000 ເມັດ ຫຼັງຈາກຕົກລົງລາຄາແລ້ວ ກໍໄດ້ດໝາຍສະຖານທີ່ສົ່ງຢາບ້າ ຕົນຈິ່ງໄດ້ໂທຫາຊາຍຄົນໜຶ່ງ ອາຍຸປະມານ 40 ປີ ບໍ່ຮູ້ຊື່ ແລະ ທີ່ຢູ່ຖາວອນ ໃຫ້ເອົາຢາບ້າມາສົ່ງໃຫ້ຢູ່ເຂດບ້ານໃໝ່, ເມືອງສີໂຄດຕະບອງ ຫຼັງຈາກໄດ້ຢາບ້າແລ້ວ ຈິ່ງໄດ້ຂັບຂີ່ລົດຟໍຈູນເນີ ສີຂາວ ເລກທະບຽນ ກພ 7435 ກຳແພງນະຄອນ ມາຈອດລໍຖ້າສົ່ງຢາບ້າໃຫ້ໄວຮຸ່ນຢູ່ແຄມທາງ ເຂດບ້ານສາລາຄໍາໃຕ້, ພໍຮອດເວລາປະມານ 16:00 ໂມງ ເຈົ້າໜ້າທີ່ຈິ່ງໄດ້ເຂົ້າກັກຕົວມາດຳເນີນຄະດີ.

ປັດຈຸບັນຄະດີດັ່ງກ່າວ ເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງຫາດຊາຍຟອງ ພວມເລັ່ງສືບສວນ-ສອບສວນ ຂະຫຍາຍຜົນສືບຄົ້ນຫາກຸ່ມແກ້ງຮ່ວມຂະບວນການມາ ດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

ຂໍ້ມູນຈາກ: ປ້ອງກັນຄວາມສະຫງົບນະຄອນຫຼວງ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...