spot_img
Homeຂ່າວຕ່າງປະເທດເກີດເຫດລົດໄຟຕົກລາງ ໃນອາເມລິກາ ເຮັດໃຫ້ມີຜູ້ເສຍຊີວິດ 3 ຄົນ

ເກີດເຫດລົດໄຟຕົກລາງ ໃນອາເມລິກາ ເຮັດໃຫ້ມີຜູ້ເສຍຊີວິດ 3 ຄົນ

Published on

ໃນວັນທີ 25 ກັນຍາ 2021 ເຈົ້າໜ້າທີ່ໄດ້ເປີດເຜີຍວ່າ ຈໍານວນຜູ້ເສຍຊີວິດຈາກເຫດການລົດໄຟ Amtrak ຕົກລາງ ມີຈໍານວນບໍ່ຕໍ່າກວ່າ 3 ຄົນ ແລະ ມີຜູ້ໄດ້ຮັບບາດເຈັບຈໍານວນຫຼາຍ.

ເຫດການລົດໄຟຕົກລາງໄດ້ເກີດຂຶ້ນໃນເວລາ 16:00 ຕາມເວລາທ້ອງຖິ່ນຂອງອາເມລິກາ ໃກ້ກັບເມືອງໂຈພິນທີ່ມີປະຊາກອນອາໄສຢູ່ປະມານ 200 ຄົນ ໂດຍໃນຂະບວນລົດໄຟດັ່ງກ່າວມີຜູ້ໂດຍສານປະມານ 146 ຄົນ ແລະ ພະນັກງານລົດໄຟອີກຈໍານວນ 16 ຄົນ.

 

ທາງດ້ານສໍານັກງານຄະນະກໍາມະການຄວບຄຸມຄວາມປອດໄພຂົນສົ່ງແຫ່ງສະຫະລັດອາເມລິກາໄດ້ສົ່ງເຈົ້າໜ້າທີ່ 14 ຄົນ ລວມເຖິງຜູ້ສືບສວນ ແລະ ຜູ້ຊ່ຽວຊານທາງດ້ານສັນຍາຂອງລະບົບລາງລົດໄຟ ແລະ ດ້ານອື່ນໆເພື່ອກວດສອບ. ຈາກອຸບັດຕິເຫດດັ່ງກ່າວໄດ້ເຮັດໃຫ້ລົດໄຟຂະບວນອື່ນໆທີ່ແລ່ນໃນລາງດຽວກັນຕ້ອງຢຸດແລ່ນຊົ່ວຄາວ.

ແຫຼ່ງຂ່າວ: mgronline

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...