Homeຂ່າວຕ່າງປະເທດຈໍານວນຜູ້ເສຍຊີວິດຈາກໂຄວິດ-19ໃນອາເມລິກາ ຂຶ້ນສູງທີ່ສຸດໃນຮອບເຄິ່ງປີຫຼັງ

ຈໍານວນຜູ້ເສຍຊີວິດຈາກໂຄວິດ-19ໃນອາເມລິກາ ຂຶ້ນສູງທີ່ສຸດໃນຮອບເຄິ່ງປີຫຼັງ

Published on

ວັນທີ 22 ກັນຍາ 2021 ສໍານັກຂ່າວ CNBC ລາຍງານຂໍ້ມູນຈາກມະຫາວິທະຍາໄລ ຈອນຮອບກິນສ ທີ່ລະບຸວ່າຍອດຜູ້ເສຍຊີວິດດ້ວຍພະຍາດໂຄວິດ-19 ໃນອາເມລິກາ ກັບມາຂຶ້ນສູງອີກຄັ້ງເຖິງ 2,031 ສົບຕໍ່ມື້, ເປັນຄັ້ງທໍາອິດໃນຮອບ 6 ເດືອນ ໂດຍໃນລັດຟໍລິດາ ມີຜູ້ເສຍຊີວິດຕໍ່ມື້ຫຼາຍທີ່ສຸດ ສະເລ່ຍ 376 ສົບ, ຮອງລົງມາແມ່ນລັດເທັກຊັສ ທີ່ມີຜູ້ເສຍຊີວິດສະເລ່ຍ 283 ສົບຕໍ່ມື້. ເຊິ່ງຕົວເລກຜູ້ຕິດເຊື້ອທັງ 2 ລັດນີ້ລວມກັນຄິດເປັນ 1 ສ່ວນ 3 ຂອງຜູ້ເສຍຊີວິດໃນອາເມລິກາ.

 

ຂະນະດຽວກັນ ອັດຕາການສັກວັກຊີນໃນອາເມລິການັ້ນ ຫຼຸດລົງຈາກເດືອນກ່ອນເຖິງ 35% ເຊິ່ງຢູ່ໃນຊ່ວງລະດູໜາວ ກໍ່ໃຫ້ເກີດຄວາມກັງວົນທີ່ໄວຣັສຈະແຜ່ລະບາດໄດ້ງ່າຍຂຶ້ນ.

ຢ່າງໃດກໍຕາມ, ເຖິງຈໍານວນຜູ້ເສຍຊີວິດຈະຂຶ້ນສູງ ແຕ່ຕົວເລກຜູ້ຕິດເຊື້ອລາຍໃໝ່ ແລະ ຜູ້ຕິດເຊື້ອທີ່ກໍາລັງຮັກສາໂຕໃນໂຮງໝໍ ມີແນວໂນ້ມຫຼຸດລົງ ເຊິ່ງດ້ານຜູ້ຊຽວຊານເຫັນວ່າ ໃນອະນາຄົດຈໍານວນຜູ້ຕິດເຊື້ອຈະຄ່ອຍໆຫຼຸດລົງ ແລະ ປີນີ້ວິທີການປິ່ນປົວພະຍາດໂຄວິດ-19 ຍັງມີຄວາມກ້າວໜ້າຫຼາຍກວ່າເກົ່າ ແຕ່ກໍຍັງມີຄວາມກັງວົນກ່ຽວກັບການແຜ່ລະບາດຂອງພະຍາດໂຄວິດ-19 ສາຍພັນເດວຕ້າ ທີ່ເຮັດໃຫ້ຈໍານວນຜູ້ຕິດເຊື້ອໃນບາງລັດ ເຊັ່ນ ໂອໄຮໂອອະແລສກ້າ ແລະ ເວສເວີຈີເນຍ ຍັງເພີ່ມຂຶ້ນສູງ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...