spot_img
Homeຂ່າວຕ່າງປະເທດຜູ້ບໍລິຫານໂມເດີຣ໌ນາເຊື່ອ ໂຄວິດ-19 ຈະຢຸດການລະບາດໃນ 1 ປີ

ຜູ້ບໍລິຫານໂມເດີຣ໌ນາເຊື່ອ ໂຄວິດ-19 ຈະຢຸດການລະບາດໃນ 1 ປີ

Published on

ເວັບໄຊ Channel News Asia ລາຍງານ: ປະທານບໍລິຫານບໍລິສັດໂມເດີຣ໌ນາເຊື່ອວ່າ ຈະສາມາດຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ພາຍໃນ 1 ປີ ພາຍຫຼັງມີການຜະລິດວັກຊີນອອກມາຈົນພຽງພໍຕໍ່ຄວາມຕ້ອງການຂອງປະຊາກອນທົ່ວໂລກ ພ້ອມຮຽກຮ້ອງລາຍປະເທດກຽມອະນຸມັດການສັັກວັກຊີນກະຕຸ້ນເຂັມທີ 3.

ທ່ານ ສະເຕຟານ ແບນແຊລ, ຜູ້ບໍລິຫານລະດັບສູງສຸດຂອງບໍລິສັດໂມເດີຣ໌ນາ ໃຫ້ສຳພາດຕໍ່ໜັງສືພິມສະວິສເຊີແລນວ່າ: ວິກິດການລະບາດຂອງພະຍາດໂຄວິດຈະຢຸດຕິລົງໄດ້ໃນເວລາ 1 ປີ ເມື່ອມີການເພີ່ມປະລິມານການຜະລິດວັກຊີນໃຫ້ພຽງພໍກັບປະຊາກອນໂລກ ເຊິ່ງເຫັນໄດ້ວ່າ ໃນຊ່ວງ 6 ເດືອນຜ່ານມາ ມີການຂະຫຍາຍຖານການຜະລິດວັກຊີນເປັນວົງກວ້າງ ຂະນະທີ່ຜູ້ຍັງບໍ່ໄດ້ຮັບວັກຊີນກໍຈະມີການສ້າງພູມຄຸ້ມກັນຂຶ້ນມາດ້ວຍຕົນເອງຕາມທຳມະຊາດແຕ່ກໍຍັງບໍ່ສາມາດປ້ອງກັນການຕິດເຊື້ອໄດ້ຫາກດຳລົງຊີວິດຢູ່ໃນຈຸດສ່ຽງ ແລະການສີດວັກຊີນປ້ອງກັນໂຄວິດໃນແຕ່ລະປີແມ່ນຖືເປັນສິ່ງສຳຄັນ ເພື່ອເຊື້ອພະຍາດດັ່ງກ່າວຍັງຈະຄົງຢູ່ກັບໂລກມະນຸດອີກດົນຄ້າຍຄືກັບໄຂ້ຫວັດໃຫຍ່.

ຜູ້ບໍລິຫານລະດັບສູງຍັງໄດ້ຮຽກຮ້ອງໃຫ້ລັດຖະບານຫຼາຍປະເທດຄວນມີການອະນຸມັດການສັກວັກຊີນກະຕຸ້ນເຂັມທີ 3 ໃຫ້ແກ່ຜູ້ທີ່ໄດ້ຮັບວັກຊີນຄົບສອງໂດສ ເຊິ່ງວັກຊີນເຂັມກະຕຸ້ນແມ່ນຈະມີການນຳໃຊ້ພຽງເຄິ່ງໂດສຂອງປະລິມານໂດສເດີມ ພ້ອມເຊື່ອວ່າວັກຊີນຈະພຽງພໍຕໍ່ຄວາມຕ້ອງການຂອງປະຊາກອນທົ່ວໂລກໃນກາງປີໜ້າ ທັງຢືນຢັນວ່າ ໂມເດີຣ໌ນາມີການພັດທະນາວັກຊີນໄປຕະຫຼອດເພື່ອໃຫ້ທັນກັບສາຍພັນທີ່ປ່ຽນແປງໄປໜ້າເລື້ອຍໆ ພ້ອມວາງແຜນຈະໃຊ້ສີດວັກຊີນໃຫ້ກັບເດັກແຮກເກີດໃນອະນາຄົດນຳອີກ.

ບົດຄວາມຫຼ້າສຸດ

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...