Homeຂ່າວຕ່າງປະເທດລັດຖະບານທະຫານຂອງມຽນມາໄດ້ຍົກເລີກຄະດີ ອອງຊານ ຊູຈີ ໃຫ້ພົ້ນຄວາມຜິດ

ລັດຖະບານທະຫານຂອງມຽນມາໄດ້ຍົກເລີກຄະດີ ອອງຊານ ຊູຈີ ໃຫ້ພົ້ນຄວາມຜິດ

Published on

ໃນວັນທີ 21 ກັນຍາ 2021 ທີ່ຜ່ານມາ ລັດຖະບານທະຫານຂອງມຽນມາໄດ້ຖອນການດໍາເນີນຄະດີໃນຂໍ້ຫາຍຸຍົງໃຫ້ເກີດຄວາມປັ່ນປ່ວນຂອງ ອອງຊານ ຊູຈີ ອະດີດທີ່ປຶກສາແຫ່ງລັດ ຖືໄດ້ວ່າການຍົກເລີກຄະດີໃນຄັ້ງນີ້ເຮັດໃຫ້ ອອງຊານ ຊູຈີ ຫຼຸດໂທດລົງພຽງເລັກໜ້ອຍເທົ່ານັ້ນເມື່ອທຽບກັບຕ້ອງຕິດຄຸກອີກຫຼາຍປີ. ທາງດ້ານທ່ານ ວິນ ມິນ ປະທານາທິບໍດີທີ່ຖືກກອງທັບມຽນມາໄລ່ອອກຈາກຕໍາແໜ່ງນັ້ນ ກໍບໍ່ມີຄວາມຜິດໃນຄະດີນີ້ເຊັ່ນກັນ.

ທ່ານ ຂິ່ນ ໝ່ອງຊໍ ທະນາຍຂອງນາງ ອອງຊານ ຊູຈີ ໄດ້ລະບຸວ່າ ນາງອອງຊານ ຊູຈີ ບໍ່ມີຄວາມຜິດໃນຂໍ້ຫາດັ່ງກ່າວແລ້ວ ແລະ ຍັງມີສຸຂະພາບແຂງແຮງດີ. ນອກນີ້, ທ່ານ ຂິ່ນ ໝ່ອງຊໍ ຍັງໄດ້ບອກຕື່ມອີກວ່ານາງ ອອງຊານ ຊູຈີ ບໍ່ຂໍອອກຄວາມຄິດເຫັນກ່ຽວກັບການປະກາດຂອງລັດຖະບານເອກກະພາບແຫ່ງຊາດ (NUG) ຫຼື ລັດຖະບານເງົາຂອງມຽນມາທີ່ໃຫ້ປະຊາຊົນລຸກຂຶ້ນຕໍ່ສູ້ ແຕ່ປະຊາຊົນຜູ້ປະທ້ວງຍັງຄິດວ່າແນວທາງການຕໍ່ສູ້ຈະເປັນວິທີດຽວທີ່ຈະເຮັດໃຫ້ອໍານາດຂອງທະຫານໝົດໄປຈາກການເມືອງ ແລະ ເສດຖະກິດປະເທດຢ່າງຖາວອນ. 

ແຫຼ່ງຂ່າວ: Khaosod

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...