Homeຂ່າວພາຍ​ໃນADB ຊີ້! ການຟື້ນໂຕທາງດ້ານເສດຖະກິດຂອງລາວຈະຊ້າລົງຍ້ອນຄື້ນທີສອງຂອງໂຄວິດ-19

ADB ຊີ້! ການຟື້ນໂຕທາງດ້ານເສດຖະກິດຂອງລາວຈະຊ້າລົງຍ້ອນຄື້ນທີສອງຂອງໂຄວິດ-19

Published on

ອີງຕາມບົດລາຍງານຂອງທະນາຄານພັດທະນາອາຊີ (ADB) ໄດ້ຄາດຄະເນກ່ຽວກັບການຟື້ນໂຕທາງດ້ານເສດຖະກິດຂອງລາວທີ່ອາດຈະຊ້າລົງຍ້ອນຜົນກະທົບຂອງການລະບາດຈາກຄື້ນທີສອງຂອງໂຄວິດ-19 ໂດຍຄາດວ່າຈະຂະຫຍາຍໂຕໃນອັດຕາ 2,3% ໃນປີ 2021 ເມື່ອທຽບໃສ່ 4,0% ທີ່ໄດ້ຄາດຄະເນໄວ້ໃນເດືອນເມສາຜ່ານມາ.

ທ່ານ ນາງ ໂຊໂນມິ ທະນາກະ, ຜູ້ຕາງໜ້າ ADB ປະຈຳ ສປປ ລາວ ໄດ້ກ່າວວ່າ: ບັນດານະໂຍບາຍໃນການຫຼຸດຜ່ອນ ການລະບາດພະຍາດໂຄວິດ-19 ໄດ້ເຮັດໃຫ້ ການຜະລິດຂອງ​ຂະ​ແໜງອຸດສະຫະກຳຫຼຸດລົງ ແລະ ສ້າງຜົນກະທົບຢ່າງໜັກໜ່ວງໃຫ້ແກ່ການເຕີບໂຕຂອງຂ​ະ​ແໜງການຄ້າຂາຍຍ່ອຍ, ການຂົນສົ່ງ ແລະ ການບໍລິການທ່ອງທ່ຽວ ຂະນະທີ່ການ​ຫຼຸ​ດ​ລົງ​ຂອງກິດຈະກໍາທາງດ້ານເສດຖະກິດ ໄດ້ເພີ່ມຈຳ​ນ​ວ​ນ​ຄົນວ່າງງານ ແລະ ຫຼຸດລາຍໄດ້ຂອງຄົວເຮືອນລົງ, ໂດຍສະເພາະແມ່ນ ບັນດາແມ່ຍິງ ແລະ ຜູ້ທີ່ມີການສຶກສາ​ບໍ່​ສູງ.

ເນື່ອງຈາກຄວາມຕ້ອງການພາຍໃນປະເທດທີ່ຫຼຸດລົງ ໂດຍສະເລ່ຍໃນໄລຍະ 7 ເດືອນທໍາອິດຂອງປີນີ້, ອັດຕາເງິນເຟີ້ ຢູ່ໃນລະດັບ 3,1% ເຊິ່ງຄ່າສະກຸນເງິນກີບໄດ້ຫຼຸດລົງ ເມື່ອທຽບກັບຄ່າສະກຸນເງິນຕາຕ່າງປະເທດ, ດ້ວຍຄວາມ​ແຕກ​ໂຕນຂ​ອ​ງອັດຕາແລກປ່ຽນ ລະຫວ່າງທາງການ ແລະ ທົ່ວໄປ ສໍາລັບເງິ​ນກີບກັບເງິນໂດລາສະຫະລັດ ​ແມ່​ນ​ຫຼາຍ​ກ​ວ່​າ 20% ໃນໄລຍະເດືອນກໍລະກົດຜ່ານມາ ໄດ້ສະ​ທ້ອ​ນ​ໃຫ້​ເຫັນເຖິງການຂາດແຄນເງິນຕາຕ່າງປະເທດຢູ່​ພາຍ​ໃນ ຫຼັງຈ​າກມີການຊໍາລະໜີ້ສິນຕ່າງ​ປະ​ເທດ​ຂອງ​ລັດຈຳ​ນວນ​ຫຼ​າຍ ຂະນະທີ່ ການເກັບລາຍຮັບ ຍັງບໍ່ທັນກັບຄືນສູ່ລະດັບກ່ອນມີການ​ແຜ່ລະບາດພະຍາດ ເຊິ່ງເຮັດໃຫ້ການເງິນພາກລັດຍັງຄົງຖືກຈໍາກັດ.

ຢ່າງໃດກໍຕາມ, ການຟື້ນໂຕໄວຈາກການລະບາດພະຍາດແມ່ນຂຶ້ນກັບນະໂຍບາຍ ທີ່​ຈ​ະໃຫ້​ການສະຫນັບສະຫນູນແກ່ ບັນດາທຸລະກິດ ແລະ ຄົວເຮືອນ ເພື່ອປັບໂຕເຂົ້າກັບ ‘ການດໍາລົງຊີວິດປົກກະຕິແບບໃຫມ່’ ຂະນະທີ່ການຟື້ນໂຕທາງດ້ານເສດຖະກິດຂອງປະເທດ ຈະໄດ້ຮັບການສະຫນັບສະຫນູນຈາກ ການອອກໃບອະນຸຍາດຂຸດຄົ້ນບໍ່ແຮ່ໃໝ່ ແລະ ລາຍຮັບຈາກການສົ່ງອອກກະແສໄຟຟ້າ, ພ້ອມທັງການເປີດນໍາໃຊ້ທາງລົດໄຟເຊຶ່ອມຈອດ ລະຫວ່າງ ລາວ ແລະ ຈີນ ຕາມແຜນທີ່ໄດ້ວາງໄວ້.

ຂໍ້ມູນຈາກ: Lao Youth Radio

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...